ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ກ່າວ​ເຕືອນ​​ກ່ຽວ​ກັບຜົນ​ຮ້າຍຢ້ອນຫຼັງ​ຖ້າ​ຫາກວ່າ ຈີນຖືກ​ສື​ບ​ສວນ​ແມ່ນ​ມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ໂລກ​ລະ​ບາດ Covid – 19

(VOVWORLD) -ປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນຈີນວ່າ ປະເທດນີ້ຕ້ອງປະເຊີນໜ້າກັບຜົນຮ້າຍຢ້ອນຫຼັງຖ້າຫາກວ່າ ປະເທດນີ້ຖືກສືບສວນແມ່ນມີຄວາມຮັບຜິດຊອບກ່ຽວກັບ Covid – 19 ເຊິ່ງໄດ້ເຮັດໃຫ້ຊາວອາເມລິກາຫຼາຍກ່ວາ 38.000 ຄົນເສຍຊີວິດ
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ກ່າວ​ເຕືອນ​​ກ່ຽວ​ກັບຜົນ​ຮ້າຍຢ້ອນຫຼັງ​ຖ້າ​ຫາກວ່າ ຈີນຖືກ​ສື​ບ​ສວນ​ແມ່ນ​ມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AP)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳວັນຂອງ ກຸ່ມສະເພາະກິດຕ້ານໂລກລະບາດ Covid – 19 ຂອງທຳນຽບຂາວໃນວັນທີ 18 ເມສາ, ທ່ານປະທານາທິບໍດີ Donald Trumpໄດ້ຖະແຫຼງວ່າ: “ຈົ່ງສັງເກດບັນດາການສືບສວນຂອງເຂົາເຈົ້າໄດ້ດຳເນີນຄືແນວໃດ, ແຕ່ອາເມລິກາກໍ່ພວມດຳເນີນການສືບສວນຢູ່”.

     ກ່ຽວຂ້ອງເຖິງເຫດການດັ່ງກ່າວຍັງມີຂ່າວໃຫ້ຮູ້ວ່າ ມີສະມາຊິກສະພາແຫ່ງຊາດບາງທ່ານສັງກັດພັກສາທາລະນະ ຂອງ ອາເມລິກາຖືວ່າ ເຊື້ອໄວຣັດໄດ້ຖືກປ່ອຍຕົວຈາກຫ້ອງທົດລອງໃນບັນດາກິດຈະກຳທົດລອງຂອງຈີນ,ພ້ອມກັນນັ້ນກໍ່ໄດ້ສະເໜີຮ່າງກົດໝາຍສະບັບໜຶ່ງວ່າດ້ວຍການອະນຸຍາດໃຫ້ຊາວອາເມລິກາຮ້ອງຟ້ອງຈີນກ່ຽວກັບບັນດາຄວາມເສຍຫາຍຍ້ອນໂລກລະບາດກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ