ປະທານາທິບໍດີ ເວເນຊູເອລາ ຮຽກຮ້ອງການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາ.

(VOVWORLD) -ວັນທີ 2 ກຸມພາ, ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ໄດ້ຮຽກຮ້ອງດຳເນີນການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາ ກໍ່ຄື ດຳເນີນການເຈລະຈາໃນທົ່ວປະເທດ ເພື່ອແກ້ໄຂສະພາບຄວາມເຄັ່ງຕຶງປະຈຸບັນ. 

ປະທານາທິບໍດີ ເວເນຊູເອລາ ຮຽກຮ້ອງການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາ. - ảnh 1 ທ່ານ ປະທານາທິບໍດີ ເວເນຊູເອລາ Nicolas Maduro

ພາບ:vietnam+

ກ່າວຄຳເຫັນຕໍ່ບັນດາຜູ້ສະຫນັບສະຫນູນທີ່ພິທີສະເຫລີມສະຫລອງ 20 ປີແຫ່ງການປະຕິວັດ Bolivar, ທ່ານ Maduro ໃຫ້ຮູ້ວ່າ  ທ່ານເອງສະຫນັບສະຫນູນຂໍ້ສະເຫນີຂອງສະພາແຫ່ງຊາດຕາມລັດຖະທຳມະນູນ ແລະ ຮຽກຮ້ອງຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດໃນປີນີ້ ຊື່ງຕາມແຜນການແມ່ນດຳເນີນໃນທ້າຍປີຫນ້າ.

ໃນວັນດຽວກັນ, ປະທານາທິບໍດີ ເວເນຊູເອລາ ຖະແຫລງວ່າ ກົນອຸບາຍການລັດຖະປະຫານ ແລະ ບັນດາແຜນການຕ້ານທຳລາຍອຳນາດການປົກຄອງປະຕິວັດ Bolivar ໂດຍ ອາເມລິກາ ແລະ ຝ່າຍຄ້ານຢູ່ພາຍໃນປະເທດປະຕິບັດແມ່ນຖືກປະລາໄຊແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ