ປະທານາທິບໍດີ V.Putin ຮັບໄຊຊະນະໃນການ ເລືອກຕັ້ງປະທານາທິບໍດີ ລັດເຊຍ

ປະທານາທິບໍດີ V.Putin ຮັບໄຊຊະນະໃນການ ເລືອກຕັ້ງປະທານາທິບໍດີ ລັດເຊຍ  - ảnh 1

ປະທານາທິບໍດີ V.Putin ຮັບ​ໄຊ​ຊະນະ​ໃນການ​ເລ​ືອກຕັ້ງ​ປະທານາທິບໍດີ ລັດ​ເຊຍ
(ພາບ: ອີນເຕີເນັດ)

(vovworld) – ຕອນ​ທ່ຽງ​ວັນ​ທີ 5/3, ທ່ານ Vladimir Churov, ປະທານ​ຄະນະ​ກຳມະການ​ເລ​ືອກຕັ້ງ​ສູນ​ກາງລັ​ດ​ເຊຍ (ຫຼື SIK) ​ໄດ້​ປະກາດ​ວ່າ: ທ່ານ​ນາຍົກລັດຖະມົນຕີ Vladimir Putin, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ໄດ້​ຮັບ​ໄຊຊະນະ​ໃນ​ຮອບ​ທຳ​ອິດ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານ​າທິບໍດີ ສະຫະພັນ ລັດ​ເຊຍ ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 4/3. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ ​ມົດ​ສະ​ກູ, ທ່ານ Churov ​ໃຫ້​ຮູ້​ວ່າ: ຕາມ​ໝາກຜົນ​ຂອງ​ການກວດ​ກ່ວາ 99,3% ຈຳນວນບັດ​ເລືອກ​ຕັ້ງ​ແລ້ວ, ທ່ານ Putin ຍາດ​ໄດ້​ໄຊຊະນະ​ດ້ວຍ 63,75% ຈຳນວນບັດ​ສະໜັບ​ສະ​ໜູນ, ຍື່ນ​ອັນ​ດັບ 2 ​ແມ່ນ​ທ່ານ Ghennady Zyuganov, ປະທານ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ ສະຫະພັນ ລ​ັດ​ເຊຍ (ຫຼື KPRF) ດ້ວຍ 17,19% ຈຳນວນບັດ​ສະໜັບສະໜູນ. ຕາມ​ການ​ຕີ​ລາຄາ​ຂອງ​ນັກ​ສັງ​ເກດ​ການ​ສາກົນເປັນ​ຈຳນວນ​ຫຼວງ​ຫຼາຍ​ແລ້ວ, ກ່ອນ​ອື່ນ​ໝົດ​​ແມ່ນຈາກ​ ວົງ​ຄະນະ​ຍາດ​ບັນດາ​ປະ​ເທດ​ເອກະລາດ (ຫຼື SNG), ​ແລະ ບັນດາ​ນັກ​ສັງ​ເກດ​ການ​ພາຍ​ໃນ​ປະ​ເທດ ​ແລ້ວ, ການ​ເລືອກ​ຕັ້ງ​ປະທານາທິບໍດີ ຢູ່​ລັດ​ເຊຍ ​ເມື່ອ​ວັນ​ທີ 4/3 ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໂປ່​ງ​ໃສ, ປະຊາທິປະ​ໄຕ ​ແລະ ​​ເສລີ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ຮູ້​ໝາກຜົນ​ຂອງ​ການກວດ​ບັດ​ໃນ​ເບື້ອງ​ຕົ້ນ, ທ່ານ Putin ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ພ້ອມ​ກັນ​ນັ້ນ​ຢືນຢັນ ​ໂຄງການ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ທ່ານ​ທີ່​ກ່ຽວ​ຂ້ອງ​ເຖິງ 4 ຂົງ​ເຂດ​ຕົ້ນ​ຕໍ່​ເຊິ່ງລວມມີ: ການປະຕິ​ຮູບ​ລະບົບ​ການ​ເມືອງ ​ແລະ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ​ແລະ ປັບ​ປຸງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ປະຕິບັດ​ນະ​ໂຍບາຍ​ພົວພັນ​ກັບ​ຕ່າງປະ​ເທດ​​ເປັນເອກະລາດ, ​ແມ່ນຈະ​ໄດ້​ນຳ​ເຂົ້າ​ຊີ​ວິດ​ການ​ເປັນ​ຢູ່​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ເວລາ 6 ປີ ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ ສະຫະພັນ ລັດ​ເຊຍ ຈະ​ມາ​ເຖິງ.
ໂດຍໄດ້ຮັບຂ່າວວ່າ, ທ່ານ Putin ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີສະຫະພັນລັດເຊຍ. ວັນ​ທີ 5/3, ທານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ​ແລະ ທ່ານ​ນາຍົກ​ລົດ​ຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ Putin, ປະທານ​ພັກ (ລັດ​ເຊຍ​ເອກະ​ພາບ), ນາຍົກລັດຖະມົນຕີລັດ​ເຊຍ, ​ເນື່ອງ​ໃນ​​ໂອກາດ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ລັດ​ເຊຍ. ​ໃນ​ສານ​ອວຍພອນ, ບັນດາ​ຜູ້ນຳ​ພັກ, ລັດ, ລັດຖະບານ​ຫວຽດນາມ​​ໄດ້ຢືນຢັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ທ່ານ Putin ​ໃນ​ຖານະ​ເປັນ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ​ສະຫະພັນ​ລັດ​ເຊຍ​ໃຫ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ