ປະທານາທິບໍດີParaguayຍ້ອງຍໍສັນລະເສີນຜົນງານ ແຫ່ງການພັດທະນາຂອງຫວຽດນາມ

ປະທານາທິບໍດີParaguayຍ້ອງຍໍສັນລະເສີນຜົນງານ    ແຫ່ງການພັດທະນາຂອງຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ Paraguay, Horacio Cartes
photo:internet



(vovworld)-​ເມື່ອ​ຕ້ອນຮັບ​ທ່ານ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ດີງທາວ ພາຍຫລັງ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ປະທານາທິບໍດີ Paraguay, Horacio Cartes ​ໃນ​ວັນ​ທີ 11/6 ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ການ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ທັງ​ຢືນຢັນ: ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ. ການ​ນຳ Paraguay ສະ​ເຫ​ນີສອງ​ຝ່າຍ ​ເພີ່ມ​ທະວີ​ການ​ສົມທົບກັນ​ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຮ່ວມ​ມື​ຢ່າງ​ລະອຽດ ​ເພື່ອ​ສະ​ເຫ​ລີ​ມສະຫລອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ​ຈະ​ມາ​ເຖິງ(30/5/1995-30/5/2015). ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ດີງທາວ ຢືນຢັນ: ​ ​ຫວຽດນາມ ຕັດສິນ​ໃຈ ຊຸກຍູ້​ການ​ພົວພັນ​ກັບ Paraguay ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ວັດທະນະທຳ, ບົນ​ພື້ນຖານ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.  ທ່ານເອກ​ອັກຄະ​ລັດຖະທູດ​ ຫງວຽນ​ດີງທາວ ຊີ້​ແຈ້ງວ່າ: ຈະ​ສົມທົບກັນ​ຢ່າງ​ແຫນ້ນ​ແຟ້ນກັບ Paraguay ໃນການກວດກາເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ, ສັນຍາ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ ​ເຮັດ​ໃຫ້ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​​ເລິກ​ເຊິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ