ປະທານແຫ່ງຊາດຫງວຽນຊິງຮູ່ງເຈລະຈາກັບປະທານສະພາແຫ່ງຊາດຊູແ​ອັດ

ປະທານແຫ່ງຊາດຫງວຽນຊິງຮູ່ງເຈລະຈາກັບປະທານສະພາແຫ່ງຊາດຊູແ​ອັດ - ảnh 1
ປະທານແຫ່ງຊາດຫງວຽນຊິງຮູ່ງເຈລະຈາກັບປະທານສະພາ
ແຫ່ງຊາດຊູແອັດ
(ພາບ: vovgiaothong.vn)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ຫງວຽນ​ຊິງ​ຮູ່ງ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຊູ​ແອັດ ໂດຍ​ທ່ານ Urbban Ahlin ນຳ​ໜ້າ​ໄດ້​ມາ​ຮອ​ດ ຮ່າ​ໂນ້ຍ, ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132 ແລະ ເລີ່ມ​ຕົ້ນ​ການ​ຢ້ຽ​ມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ຕອ​ນ​ເຊົ້າ​ວັນ​ທີ 1/4, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊູ​ແອດ ໄດ້​​ເຈ​ລະ​ຈາ. ນະ​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ໃນ​ນັ້ນ​ມີ​ ຊູ​ແ​ອັດ, ພ້ອມ​ທັງ​ປາດ​ຖະ​ໜາ​ຢາກ​ໃຫ້ ຊູ​ແອັດ ສືບ​ຕໍ່​ໜ​ູນ​ຊ່ວຍ​ຊຸກ​ຍູ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ - ອີ​ຢູ ແລະ ຮັບ​ຮູ້​ກົດ​ລະ​ບ​ຽບ​ເສດ​ຖະ​ກິດ​ການ​ຕະຫຼາດສຳ​ລັບ​ ຫວຽດ​ນາມ ໂດຍ​ໄວ, ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ຜ່ານ​ບັນ​ດາ​ຊ່ອງຫຼາຍ​ຝ່າຍ ໃນ​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສ​ຸກ, ການ​ບຳ​ລຸງ​ສ້າງ, ເຕັກ​ໂນ​ໂລຢ​ີ.

        ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊູ​ແອັດ ສະ​ເໜີ: 2 ຝ່າຍ​ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ກາ​ນ​ຄ້າ ແລະ ການ​ລົງ​ທຶນ, ກໍ່​ຄື​ການ​ຮ່ວມ​ມື​ໃນ​ລັດ​ຖະ​ສະ​ພາ. ດ້ວຍ​ທ່າ​ແຮງ​ກ່ຽວ​ກັບ​ການ​​ສົ່ງ​ເສີມ​ດ້ານ​ການ​ແພດ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ປົກ​ປັ​ກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເຕັກ​ໂນ​ໂລ​ຢີ, ພະ​ລັງ​ງານ… ຊ​ູ​ແອດ​ພ້ອມ​ແລ້ວ​ທີ່​​ຈະໜູນ​ຊ່ວຍ ແລະ ແບ່ງ​ປັນ​ບົດ​ຮຽ​ນ​ກັບ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ