ປະທານໂຮ່ຈິມິນຍືນຍົງຄົງຕົວໃນດວງໃຈຂອງຊາວຫວຽດນາມຕະຫຼອດໄປ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/05/1890 – 19/05/2018), ຢູ່ນະຄອນໂຮ່ຈິມິນ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດພິທີຍ້ອງຍໍຊາວໜຸ່ມດີເດັ່ນທົ່ວປະເທດປະຕິບັດຕາມຄຳສັ່ງສອນຂອງເພີ່ນ 336 ຄົນ.

ປະທານໂຮ່ຈິມິນຍືນຍົງຄົງຕົວໃນດວງໃຈຂອງຊາວຫວຽດນາມຕະຫຼອດໄປ - ảnh 1 ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ, ໄດ້ຍ້ອງຍໍ ແລະ ຮັບຮູ້ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງຊາວໜຸ່ມໃນທົ່ວປະເທດ

(ພາບ: hanoimoi.com.vn)

ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ, ໄດ້ຍ້ອງຍໍ ແລະ ຮັບຮູ້ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງຊາວໜຸ່ມໃນທົ່ວປະເທດ ໃນບັ້ນຂົນຂວາຍຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມິນ ໃນໄລຍະຜ່ານມາໃນທຸກຂົງເຂດ. ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານ ຫວໍວັນເຖືອງ, ໃຫ້ຮູ້ວ່າ.

      “ໂດຍສືບຕໍ່ຜັນຂະຫຍາຍບັ້ນຂົນຂວາຍຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມິນ, ຕິດພັນກັບການປ່ຽນໃໝ່ ແລະ ເພີ່ມທະວີປະສິດທິຜົນວຽກງານສຶກສາແນວຄິດປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ຊາວໜຸ່ມເຍົາວະຊົນ. ຄວນເພີ່ມທະວີການກຳນົດທິດ, ຍົກສູງກຳລັງຕໍ່ສູ້ໃຫ້ໄວໜຸ່ມຕໍ່ໜ້າຜົນສະທ້ອນຈາກປະກົດການຫຍໍ້ທໍ້ໃນສັງຄົມ ແລະ ການມ້າງທຳລາຍ, ເສກສັນປັ້ນແຕ່ງຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ເພື່ອໃຫ້ຊາວໜຸ່ມ, ເຍົາວະຊົນມີຄວາມຮູ້ຢ່າງຖືກຕ້ອງກວ່າ, ເຂົ້າໃຈຢ່າງວ່ອງໄວກ່ຽວກັບບັນດາບັນຫາການເມືອງສັງຄົມ, ຕັ້ງໜ້າຕໍ່ສູ້ປະຕິເສດກັບບັນດາຂໍ້ມູນ ແລະ ຖ້ອຍທຳນອງທີ່ຜິດພາດ, ໂດຍສະເພາະແມ່ນທາງເຄືອຂ່າຍອີນເຕີແນັດ”.

      ແລະກໍ່ໃນ, ວັນທີ 19 ພຶດສະພາ, ຢູ່ແຂວງ ແຄ໋ງຮ່ວາ; ນະຄອນໂຮ່ຈິມິນ ກໍ່ໄດ້ຈັດການເຄື່ອນໄຫວສິລະປະ ເນື່ອງໃນໂອກາດດັ່ງກ່າວ. ສ່ວນຢູ່ຕ່າງປະເທດຄື: ລາຊະອານາຈັກອັງກິດ, ອັງໂກລາ ຊາວຫວຽດນາມ ກໍ່ໄດ້ຈັດການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ