ປະທານ ສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນ ຖະຫວາຍທູບທຽນບູຊາ ຢູ່ 3 ແຍກດົງໂລກ
![ປະທານ ສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນ ຖະຫວາຍທູບທຽນບູຊາ ຢູ່ 3 ແຍກດົງໂລກ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_07_22/ong_nguyen_thien_nhan.jpg)
ທ່ານຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຖະຫວາຍທູບທຽນບູຊາຢູ່ເຂດປູຊະນີຍະສະຖານ 3 ແຍກດົງໂລກ |
(vovworld) - ຕອນເຊົ້າວັນທີ 22/7, ທ່ານຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຖະຫວາຍທູບທຽນບູຊາຢູ່ເຂດປູຊະນີຍະສະຖານ 3 ແຍກດົງໂລກ. ທ່ານຫງວຽນຖທ້ຽນເຍີນ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ໜ້າການເສຍສະຫຼະຊີວິດເພື່ອຊາດຂອງວິລະສັດຕີ 10 ຄົນເພື່ອພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ພາຍຫຼັງພິທີ ຖະຫວາຍທູບທຽນບູຊາ, ທ່ານຫງວຽນທ້ຽນເຍີນ ໄດ້ໄປຢ້ຽມຢາມຄອບຄົວຂອງແມ່ຍິງ 5 ຄົນໃນຈຳນວນຊາວໜຸ່ມຕະລຸມບອນຍິງ 10 ຄົນທີ່ໄດ້ ເສຍສະຫຼະຊີວິດຢູ່ 3 ແຍກດົງໂລກ. ທ່ານຫງວຽນທ້ຽນເຍີນໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະເລືອດເນື້ອຂອງຊາວໜຸ່ມຕະລຸມບອນລຸ່ນຕ່າງໆໃນຕະຫຼອດຂະບວນວິວັດແຫ່ງການຕໍ່ສູ້ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ.