ປະມານ 50% ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໄດ້ສັກວັກຊິນກັນໂຄວິດ-19 ໃນປີ 2021

(VOVWORLD) -ນັບແຕ່ເດືອນ ກໍລະກົດ ຮອດທ້າຍປີ 2021, ຜູ້ມີອາຍຸແຕ່ 18 ປີຂຶ້ນໄປຢ່າງໜ້ອຍສຸດ 50% ຈະໄດ້ສັກວັກຊິນກັນໂຄວິດ-19.
ປະມານ 50% ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໄດ້ສັກວັກຊິນກັນໂຄວິດ-19 ໃນປີ 2021 - ảnh 1ຜູ້ມີອາຍຸແຕ່ 18 ປີຂຶ້ນໄປຢ່າງໜ້ອຍສຸດ 50% ຈະໄດ້ສັກວັກຊິນກັນໂຄວິດ-19
(ພາບ: moh.gov.vn)

ນີ້ແມ່ນຂໍ້ມູນຂ່າວເຊິ່ງກະຊວງສາທາລະນະສຸກ ແລະ ກະຊວງປ້ອງກັນປະເທດຫວຽດນາມ ຍົກອອກມາທີ່ວາລະປະຊຸມຄັ້ງປະຖົມມະເລິກຂອງຄະນະຊີ້ນຳການຜັນຂະຫຍາຍບັ້ນສັກວັກຊິນກັນໂຄວິດ-19 ປີ 2021 – 2022, ເຊິ່ງດຳເນີນໃນຕອນເຊົ້າວັນທີ 02 ກໍລະກົດ.

        ຕາມນັ້ນແລ້ວ, ເລື່ອງສັກວັກຊິນຈະໄດ້ຮັບການປະຕິບັດນັບແຕ່ເດືອນ ກໍລະກົດ 2021 ຮອດເດືອນ ເມສາ 2022, ໃນນັ້ນ, ຢ່າງໜ້ອຍສຸດມີ 50% ຜູ້ມີອາຍຸແຕ່ 18 ປີຂຶ້ນໄປຈະໄດ້ສັກວັກສິນກັນໂຄວິດ-19 ໃນປີ 2021 ແລະ ຮອດທ້າຍໄຕມາດທີ 1 ປີ 2022 ຈະມີພົນລະເມືອງກວ່າ 70% ໄດ້ສັກວັກຊິນ.

        ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ເນັ້ນໜັກວ່າ, ນີ້ແມ່ນບັ້ນເຄື່ອນໄຫວສັກວັກຊິນໃຫຍ່ທີ່ສຸດມາຮອດປະຈຸບັນ, ທ່ານຍັງໃຫ້ຮູ້ວ່າ, ໃນເດືອນ ກໍລະກົດ ນີ້, ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 ຈຳນວນແຕ່ 8 ຫາ 10 ລ້ານໂດສ ແລະ ເຈລະຈາເພື່ອໃຫ້ຄົບ 150 ລ້ານໂດສ ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາກັບລັດຖະບານ.

        “ໄລ່ມາຮອດຈຸດເວລານີ້, ພວກເຮົາໄດ້ຮັບຄຳໝັ້ນສັນຍາ ແລະ ລົງນາມໃນບັນດາສັນຍາຮັບວັກຊິນ 105 ລ້ານໂດສ. ປະຈຸບັນ, ພວກເຮົາພວມເຈລະຈາເພື່ອເພີ່ມ 45 ລ້ານໂດສຕື່ມອີກ. ສະນັ້ນ, ພວກເຮົາຈະມີວັກຊິນປະມານ 150 ລ້ານໂດສ. ວັກຊິນໄດ້ສົ່ງມາຫວຽດນາມ ບໍ່ແມ່ນໃນທຸກເດືອນ, ຫາກສຸມໃສ່ໃນໄຕມາດທີ 4 ປີ 2021, ເລີ່ມແຕ່ເດືອນ ກັນຍາ ແລະ ໃນ 3 ເດືອນທ້າຍປີແມ່ນຫຼາຍທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ