ປະເທດຕ່າງໆຕ້ອງມີຄວາມຮັບຮູ້ລວມສຳລັບບັນຫາຄວາມໝັ້ນຄົງຢູ່ທະເລ

ປະເທດຕ່າງໆຕ້ອງມີຄວາມຮັບຮູ້ລວມສຳລັບບັນຫາຄວາມໝັ້ນຄົງຢູ່ທະເລ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 13/6, ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບປະຈຳ ຫວຽດນາມ ​ແລະ ສະ​ຖາ​ບັນ​ການ​ຕ່າງປະ​ເທດ (ກະຊວງ​ການ​ຕ່າງປະ​​ເທດ) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ສຳ​ມະ​ນາ “ການ​ຄຸ້ມ​ຄອງ ​ແລະ ​ແກ້​ໄຂ​ບັນດາ​ບັນ​ຫາ​ສັບສົນ​ຢູ່​ທະ​ເລ“, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຊ່ຽວຊານ, ນັກຮຽນ​ຮູ້​ໃນ​ຂົງ​ເຂດ​ທະ​ເລ​ຢູ່​ພາຍ​ໃນ ​ແລະ​ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ກັບ​ສາກົນ​ລະຫວ່າງ​ ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ ສຳລັບ​ບັນຫາ​ທະ​ເລ. ພັນ​ເອກ​ທະຫານ​ເຮືອ Michiel Hijmans, ອະດີດ​ຮອງ​ຜູ້ຕາງໜ້າ​ການ​ທະ​ຫານ​ປະຈຳການ​ຂອງ​ ຮອນ​ລັງ​ຢູ່​ອົງການ NATO  ​ແລະ ສະຫະພາບ​ເອີ​ລົບ ຖື​ວ່າ, ຄວາມ​ໝັ້ນຄົງ​ບົນ​ທະ​ເລ​ແມ່ນ​ຄວາມ​ສົນ​ໃຈ​ລວມລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

        ທີ່​ການ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ກໍ່​ປຶກສາ​ຫາລື​ບາງ​ບັນຫາ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ຢູ່​ທະ​ເລ; ການ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຢູ່​ທະ​ເລ, ບັນຫາ​ເຄື່ອງມື ​ແລະ ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ; ວິທີ​ແກ້​ໄຂ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ດ້ວຍ​ສັນຕິ​ວິທີ; ກອບ​ກົດໝາຍ ​ແລະ ບັນດາ​ບົດຮຽນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ