ປາກິດສະຖານຈັບຕົວຫົວໜ້າal-Qaedaຢູ່ອາຊີໃຕ້

ປາກິດສະຖານຈັບຕົວຫົວໜ້າal-Qaedaຢູ່ອາຊີໃຕ້ - ảnh 1
ຕຳຫຼວດ​ປາ​ກິດ​ສະ​ຖານ
(ພາບ: Sputnik)

(vovworld) – ​​ວັນ​ທີ 12/12, ຕຳຫຼວດ ປາ​ກິດ​ສະ​ຖານ ໄດ້​ປະ​ກາດ​ວ່າ: ອຳ​ນາດ​ການ​ປົກ​ຄອງ​ປະ​ເທດນີ້​ຫາກໍ່​ຈັບ​ຕົວ​ເປົ້າ​ໝາຍ​ທີ່​ຖືກ​ສົງ​ໄສ​ວ່າ​ຫົວ​ໜ້າ​ສຳ​ຄັນ​ຂອງ​ສາ​ຂ​າກໍ່​ການ​ຮ້າຍ al – Qaeda ຢູ່ ອາ​ຊີ​ໄຕ້ ທີ່​ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ. ຕ​ຳຫຼວດ​ປະ​ເທດນີ້​ໃຫ້​ຮູ້​ວ່າ: ເປົ້າ​ໝາຍ​ດັ່ງ​ກ່າວ​ແມ່ນ Shahid Usman, ອາ​ຍຸ 35 ປີ, ຖືກ​ຈັບ​ຕົວ​ຢູ່​ຊານ​ນະ​ຄອນ Karachi, ພາກ​ໃຕ້ ປາ​ກິດ​ສ​ະ​ຖານ ໃນ​ຕອນ​ຄ່ຳ​ວັນ​ທີ 11/12, ພ້ອມ​ກັບ​ອາ​ວຸດ ແລະ ວັດ​ຖຸ​ລະ​ເບີ​ດ​ເປັນ​ຈຳ​ນວນຫຼາຍ. ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ: Usman ແມ່ນ​ຫົວ​ໜ້າ​ສາ​ຂາ  al – Qaeda ຢູ່ Karachi, ໜູນຫຼັງ​ກາ​ນ​ເຄື່ອນ​ໄຫວກໍ່​ການ​ຮ້າຍຫຼາຍ​ຢ່າງ ແລະ ພວ​ມມ​ີ​ແຜນ​ການ​ປະ​ຕິ​ບັດ​ບັນ​ດາ​ເຫດ​ການ​ບຸກ​ໂຈມ​ຕີ​ຢູ່​ທີ່ນີ້. ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ກອງ​ຕ້ານກໍ່​ການ​ຮ້າຍ​ຂອງ​ຕຳຫຼ​ວດຢັ້ງ​ຢືນ​ວ່າ: ເປົ້າ​ໝາຍ​ດັ່ງ​ກ່າວ​ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ Asim Umar, ຫົວ​ໂປ al – Qaeda ຢູ່ ອາ​ຊີ​ໃຕ້. ສາ​ຂາ al – Qaeda ອາ​ຊ​ີ​ໃຕ້​ນີ້​ເຄີຍ​ມີ​ກົນ​ອຸ​ບາຍ​ຈີ້​ກ່ຳ​ປັນ​​ທະ​ຫານ​ຂອງ ປາ​ກິດ​ສະ​ຖານ ໃນ​ເດືອນ 9 ຜ່ານ​ມາ, ພາຍຫຼັງ​ທີ່​ໄດ້​ປະ​ກາດ​ສ້າງ​ຕັ້ງ​ດ້ວຍ​ຈ​ຸດ​ໝາຍ​ເປີດ​ກ້​ວາງ​ການ​​ທຳ​ສົງ​ຄາມ​ສັກ​ສິ​ດ​ເຖິງ​ເຂດ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ມຸດ​ສະ​ລິມ​ກ່​ວາ 400 ລ້ານ​ຄົນ​ພຽງ 2, 3 ວັນ.


ຂ່າວ/ບົດ​ອື່ນ