ປາແລດຕີນ ກ່າວປະນາມ ອິດສະຣາແອນ ເຮັດໃຫ້ເຂດຕັ້ງຖີ່ນຖານຄົງທີ່ກາຍເປັນເຂດທີ່ຖືກຕ້ອງຕາມ

ປາແລດຕີນ ກ່າວປະນາມ ອິດສະຣາແອນ ເຮັດໃຫ້ເຂດຕັ້ງຖີ່ນຖານຄົງທີ່ກາຍເປັນເຂດທີ່ຖືກຕ້ອງຕາມ - ảnh 1
ເຂດຕັ້ງຖີ່ນຖານຄົງທີຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 24/4, ລັດຖະບານ ປາ​ແລດ​ຕີນ ​ໄດ້​ຕຳ​ນິຕິ​ຕຽນ​ຂໍ້​ຕົກລົງຫ່​ວາງ​ແລ້ວ​ນີ້​ຂອງ ອິດສະຣາ​ແອນ ທີ່​ໄດ້​ຫັນ​ເຂ​ດ​ເຮືອນ​ຢູ່ ​ໃນ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ກາຍ​ເປັນ​ເຂດ​ຖືກ​ຕ້ອງຕາ​ມກົດໝາຍ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ຂອງ​ປະທານາທິບໍດີ ປາ​​ແລດ​ຕີນ Nabil Abu Rudeina ​ໄດ້​ຖື​ວ່າ: ຂໍ້​ຕົກ​ລົງ​ນີ້​ຂອງ​ອິດສະຣາ​ແອນ ​ແມ່ນ​ການ​ໂຕ້​ຕອບ​ຕໍ່​ຈົດໝາຍ​ຂອງ​ປະທານາທິບໍດີ Mahmud Abbas ທີ່​ສົ່ງ​ເຖິງ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu, ​ໃນ​ນັ້ນ​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ Tel Aviv ຢຸດຕິ​ການ​ເຄື່ອນ​ໄຫວ​ຕັ້ງ​ຖີ່​ນຖານຄົງ​ທີ່ ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ. ພ້ອມ​ກັນ​ນັ້ນ, ​ເຈົ້າ​ໜ້າ​ທີ່​ຂອງ ​ປາ​ແລດ​ຕີນ ກໍ​ຮຽກຮ້ອງ​ໃຫ້ ອິດສະ​ຮາ​ແອນ ຢຸດຕິ​ບັນດາ​ການ​ກະທຳ​ພຽງ​ຝ່າຍ​ດຽວ​ໂດຍ​ທັນທີ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ກະທຳ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຫາ​ຕັ້ງ​ຖີ່​ນຖານ​ຄົງ​ທີ່. ປະຕິກິລິຍາ​ດັ່ງກ່າວ​ຂອງ​ອຳນາດ​ການ​ປົກຄອງ ປາ​ແລດ​ຕີນ ​ໄດ້​ຖືກ​ຍົກ​ອອກ​ມາພາຍຫຼັງ ອິດສະຣາ​ແອນ​ໄດ້​ປະກາດຫັນ​ເຂ​ດ​ຕັ້ງ​ຖີ່​ນຖາ​ນຄົງ​ທີ່ ​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ກາຍ​ເປັນ​ເຂດ​ຖືກ​ຕ້ອງຕາ​ມກົດໝາຍ ລວມທັງ Bruchin, Rchelim ​ແລະ Sansana. ຄຳ​ຖະ​ແຫຼ​ງຂອງ​ຫ້ອງ​ວ່າການ​ສຳນັກງານນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ​ໃຫ້​ຮູ້​ວ່າ: ອິດສະ​ຮາ​ແອນ ​ໄດ້​ຕົກລົງຫັນລະບຽບການ ​ຂອງ​ທັງ 3 ​ເຂດ​ນີ້​​ໃຫ້​ເປັນລະບຽບ​ທາງ​ການ, ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກ່ອນ​ນີ້ ​ໃນ​ຊຸມ​ປີ 1990 ຂອງ​ສະຕະວັດ​ກ່ອນ, ຕາມ​ຂໍ້​ຕົກລົງ​ຂອງ​ຄະນະ​ລັດຖະບານ​ຊຸດ​ກ່ອນ. ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ອິສະຣາ​ແອນ​ຍັງ​ບໍ​ທັນ​ອອກ​ລະ​ບຽບການ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃຫ້​ແກ່ທັງ 3 ​ເຂດ​ນີ້​ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ