ປາແລດຕິນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາສັນຕິພາບກັບອິດສຣາແອນ

ປາແລດຕິນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາສັນຕິພາບກັບອິດສຣາແອນ - ảnh 1
ທ່ານ​ປະທານາທິບໍດີ​ປາ​ແລດ​ສຕິນ Mahmoud Abbas
(ພາບ: AFP/TTXVN)


(vovworld) – ໃນ​ບົດ​​ຕອບສຳພາດຕໍ່​ສຳນັກ​ຂ່າວສານ​ອາຣັບ Kul Al Arab, ​​ວັນ​ທີ 04/04, ທ່ານ​ປະທານາທິບໍດີ​ປາ​ແລດ​ສຕິນ Mahmoud Abbas ຢືນຢັນ​​ພ້ອມ​ແລ້ວ​ທີ່​ຈະ​ພົບ​ປະກັນ​ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu ​ເພື່ອ​ແນ​ໃສ່​​​ເຊື່ອມ​ຕໍ່​ວິວັດການ​ສັນຕິພາບ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ. ທ່ານ​ປະທານາທິບໍດີ Abbas  ຖື​ວ່າ, ​ເຖິງ​ວ່າ​ບັນດາ​ບົດ​ກ່າວ​ປາ​ໄສ​ຂອງ​ທ່າ​ນນາຍົກລັດຖະມົນຕີ Netanyahu ​ໃນ​​ໄລຍະດຳ​ເນີນ​ການ​ເລືອກ​ຕັ້ງສະ​ພາ​ແຫ່ງ​ຊາດ​ຂອງອິດສຣາ​ແອນ ຫວ່າງ​ແລ້ວ​ນີ້ ບໍ່ມີ​ສັນຍານ​ຕັ້ງ​ໜ້າ​ໃດໆ​ໃຫ້​​ແກ່ວິວັດ​ການ​ເຈລະຈາ​ກໍ່ຕາມ, ​ແຕ່​ທ່ານ​ຈະ​ລໍຖ້າ​​ເຖິງ​​ເວລາ​ທີ່​ລັດຖະບານ​ສຳພັນ​ທະ​ມິດ​ຂອງ​ອິດສຣາ​ແອນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ຍົກ​ອອກ​ບັນດາ​ທັດສະ​ນະ​ຕໍ່​ໄປ​ໃຫ້​ບັນ​ຫາ​ນີ້. ການ​ນຳ​ປາ​ແລດ​ສຕິນ ກໍ່​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງອິດສຣາ​ແອນ ຮັບ​ຮູ້​ຂໍ້​ລິ​ເລີ່ມ​ສັນຕິພາບ​ອາຣັບ ​ໂດຍ ຊະ​ອຸ​ດີ ອາຣາ​ເບຍ ລິ​ເລີ່​ມ, ​ເຊິ່ງຕາມ​ນັ້ນ​ແລ້ວ, ອິດສຣາ​ແອນ ຈະ​ຖອນ​ກັບ​ຄືນ​​​ເຂດ​ຊາຍ​ແດນ​ເມື່ອ​ປີ 1967 ​ເພື່ອ​​ແນ​​ໃສ່ຫັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາຣັບ ​ເປັນ​ປົກກະຕິ. ກ່ຽວ​ກັບ​ວິວັດ​ການ​ເຈລະຈາ. ທ່ານ Abbas ຮຽດຮ້ອງ​ໃຫ້​ມີ​ການ​ເຂົ້າ​ຮ່ວມ​ຂອງ ຈໍ້​ແດນ ​ແລະ ອີ​ຢິບ ພ້ອມ​ກັບ​ອາ​ເມ​ລິ​ກາ ດ້ວຍ​ບົດບາດ​ເປັນ​ຄົນ​ກາງ​ໄກ​ເກ່ຍ​ໃຫ້​ບັນດາ​ການ​ເຈ​ລະ​ຈາ​ໃນ​ອະນາຄົດ​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ.
ຂ່າວ/ບົດ​ອື່ນ