ປີ2015,ຫວຽດນາມເອົາໃຈໃສ່ເຖິງການສົ່ງແຮງງານເຕັກນິກສູງໄປເຮັດວຽກຢູ່ຕ່າງປະເທດ

ປີ2015,ຫວຽດນາມເອົາໃຈໃສ່ເຖິງການສົ່ງແຮງງານເຕັກນິກສູງໄປເຮັດວຽກຢູ່ຕ່າງປະເທດ - ảnh 1
ພາບ​ປະ​ກອບ:thuvienphapluat.vn

 (vovworld)- ​ປີ 2015, ຫວຽດ​ນາມ ວາງ​ຄາດ​ໝາຍ​ສົ່ງ​ຄົນ​ງານ 100.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ເພື່ອ​ບັນ​ລຸ​ໄດ້​ຄາດໝາຍ​ດັ່ງ​ກ່າວ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ວຽກ​ງານ​ສ​ົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ບໍ່​ພຽງ​ແຕ່​ສຸມ​ໃສ່​ເຂົ້າ​ບັນດາ​ຕະ​ຫລາດ​ເກົ່າ​ຄື: ໄຕ້​ຫວັນ, ຈີນ, ຍີ່​ປຸ່ນ, ສ​ເກົາ​ຫລີ, ມາ​ເລ​ເຊຍ ຫລື ຕາ​ເວັນ​ອອກ​ກາງ ເທົ່າ​ນັ້ນ, ຫາກ​ຈະ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຕະ​ຫລາດ​ແຮງ​ງານ​ຕ​້ອງ​ການ​ຄຸນ​ນະ​ພາບ​ສູງ​ຄື: ເຢຍ​ລະ​ມັນ ແລະ ເອີ​ລົບ. ທ່ານ ຕົງ​ຫາຍ​ນາມ, ຮອງ​ຫົວ​ຫນ້າ​ກົມ​ຄຸ້​ມ​ຄອງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່ຕ່າງ​ປະ​ເທດ, ສັງ​ກັດ​ກະ​ຊວງ​ແຮງ​ງານ​ ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ປີນີ້, ກົມ​ຄຸ້ມ​ຄອງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່ ເຢຍ​ລະ​ມັນ ແລະ ຍີ່​ປຸ່ນ. ພວກ​ຂ້າ​ພະ​ເຈົ້າ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຫນູນ​ຊ່ວຍ​ການ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ຂຶ້ນ​ກັບ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ໃນ​ນັ້ນ ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ບຳ​ລຸງ​ສ້າງ​ແຮງງານ​ເຕັກນິກ​ສູງ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ.”

        ແລະ​ໃນ​ປີ 2015, ດ້ວຍ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ສຳ​ເລັດ ຈະ​ມີ 8 ຂະ​ແຫນງ​ອາ​ຊີບ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ ມີ​ຄວາມ​ເສ​ລີ​ໃນ​ການ​ຍົກ​ຍ້າຍ ຜ່ານ​ບັນ​ດາ​ຂໍ້​ຕົກ​ລົງ​ຮັບ​ຮອງ​ສີ​ມື. ນອກນັ້ນ, ຊັບ​ພະ​ຍາ​ກອນ​ມະ​ນຸດ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງວິ​ຊາ​ສະ​ເພາະ ຫລື ລະ​ດັບ​ຄວາ​ມ​ຮູ້​ຊັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂຶ້ນ​ໄປ, ຮູ້​ພາ​ສາ​ຕ່າງ​ປະ​ເທດ, ພິ​ເສດ ແມ່ນ​ພາ​ສາ​ອັງ​ກິດ ກ​ໍ​ມີ​ຄວາມ​ເສ​ລີກວ່າ​ໃນ​ການ​ຍົກ​ຍ້າຍ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ໃຫ້​ຄົນ​ງານ​ມີ​ລະ​ດັບ​ຄວາມ​ຮູ້​ສູງ ຫວຽດ​ນາມ ມ​ີ​ໂອ​ກາດ​ໄດ້​ໄປ​ເຮັດ​ວຽກ​ຢູ່​ບັນ​ດາ​ປະ​ເທດ​ໃນ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໃນ​ປີ 2015.

 

ຂ່າວ/ບົດ​ອື່ນ