ຜູ້ຕາງໜ້າຊີຣີປະຈຳສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງ 3 ປະເທດບຸກໂຈມຕີຊີຣີ

(VOVWORLD) -ວັນທີ 14 ເມສາ, ທ່ານເອກອັກຄະລັດຖະທູດຊີຣີ ປະຈຳສະຫະປະຊາຊາດ Bashar Ja’afari ໄດ້ກ່າວປະນາມບັນດາເຫດບຸກໂຈມຕີທາງອາກາດ ໂດຍອາເມລິກາ ແລະ ບັນດາປະເທດພັນທະມິດອັງກິດ, ຝລັ່ງ ດຳເນີນໃນຕ້ອນເຊົ້າວັນດຽວກັນຢູ່ສະຖານທີ່ 3 ແຫ່ງເຊິ່ງ ວໍຊິງຕັນ ຖືວ່າແມ່ນຮາກຖານຜະລິດອາວຸດເຄມີ ຢູ່ປະເທດຕາເວັນອອກກາງນີ້.

ຜູ້ຕາງໜ້າຊີຣີປະຈຳສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງ 3 ປະເທດບຸກໂຈມຕີຊີຣີ - ảnh 1 ທ່ານເອກອັກຄະລັດຖະທູດຊີຣີ ປະຈຳສະຫະປະຊາຊາດ Bashar Ja’afari

(ພາບປະກອບ: THX/TTXVN)

ກ່າວຄຳເຫັນທີ່ກອງປະຊຸມດ່ວນສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານ Bashar Ja’afari ຖືວ່າ “ສົງຄາມເຢັນພວມກັບຕ່າວຄືນມາ”. ເມື່ອເຕື້ອງເຖິງເມືອງ  Barzeh ຢູ່ນະຄອນຫຼວງ Damacus ໄດ້ກາຍເປັນເປົ້າໝາຍຂອງການບຸກໂຈມຕີ, ທ່ານ Bashar Ja’afari ຢືນຢັນວ່າ, OPCW ໄດ້ສຳຫຼວດກວດກາຕຶກອາຄານດັ່ງກ່າວໃນປີ 2017 ເປັນ 2 ຄັ້ງແລ້ວ ແລະ ບໍ່ຊອກເຫັນບໍ່ວ່າຫຼັກຖານໃດໆກ່ຽວກັບອາວຸດເຄມີ ກໍຄືບໍ່ພົບເຫັນເຄື່ອງຈັກໃດທີ່ສາມາດຜະລິດອາວຸດເຄມີ.

      ກໍ່ຢູ່ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ Vassily Nebenzia ດ້ານໜຶ່ງໄດ້ສະໜັບສະໜູນຊີຣີ, ອີກດ້ານໜຶ່ງໄດ້ຖືວ່າ ອາເມລິກາ ແລະ ບັນດາປະເທດພັນທະມິດໄດ້ສືບຕໍ່ພິສູດໃຫ້ເຫັນວ່າ ເຂົາເຈົ້າບໍ່ເຄົາລົບກົດໝາຍເມື່ອດຳເນີນບັນດາເຫດບຸກໂຈມຕີ ເມື່ອຍັງບໍ່ທັນມີພະຍານຫຼັກຖານລະອຽດ.

      ແລະກໍ່ໃນວັນດຽວກັນ, ມາເລເຊຍ, ອິນໂດເນເຊຍ, ເລຂາທິການໃຫຍ່ສະຫະປະຊາຊາດ ກໍ່ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວດ້ານການທະຫານດັ່ງກ່າວຂອງອາເມລິກາ, ອັງກິດ ແລະ ຝລັ່ງ ແລະ ຮຽກຮ້ອງຫ້ເຄົາລົບກົດບັດຂອງສະຫະປະຊາຊາດ ກໍຄືກົດໝາຍສາກົນກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ