ຜູ້ຕາງໜ້າຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ດີເດັນເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ”

ຜູ້ຕາງໜ້າຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ດີເດັນເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” - ảnh 1
ທ່ານ​ປະທານ ຫງວຽນທ້ຽນ​ເຍີນ
​ພົບ​ປະ​ກັບ​ຄະນະ​ຜູ້​ຕາງ​ໜ້າ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ
(ພາບ: .chinhphu.vn)


(vovworld) – ວັນ​ທີ 10/02, ທີ່​ການ​ພົບ​ປະ​ກັບ​ຄະນະ​ຜູ້​ຕາງ​ໜ້າ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ເມືອ​ປະ​ເທດ​ເຂົ້າ​ຮ່ວມ​ລາຍການລະດູບານ​​​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ ປີ 2015. ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ, ​ແນ​ວ​ໂຮມ​ປະ​ເທດ​ຊາດ​ ຈະ​ສືບ​ຕໍ່​ພ້ອມ​ກັບ​ພັກ, ລັດ ​​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​​ຂອງ​ພໍ່​ແມ່​ປະຊາຊົນໃຫ້​ໝັ້ນ​ຄົງ​ກວ່າ, ພັດທະນາ​ເສດຖະກິດ​ໃຫ້​ດີກ​ວ່າ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ ​ແລະ ຄວາມມຸ່ງ​ມາດ​ປາດ​ຖະໜາອັນ​ເປັນ​ທຳ​ຂອງ​ພໍ່​ແມ່ປະຊາຊົນ. ທ່ານ​ປະທານ ຫງວຽນທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ ​ໃນ​ການ​ເຊື່ອມ​ຕໍ່​ບັນດາປັນຍາຢູ່​ພາຍ​ໃນ ​ກັບຕ່າງປະ​ເທດ ​ໃຫ້​ກາຍ​ເປັນ​ເຄືອ​ຂ່າຍ​ຊ່ຽວ​ຊານປະກອບ​ພູມ​ປັນຍາເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ…

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ຄະນະ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ປາດ​ຖະໜາ​ວ່າ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ, ສ້າງ​ເງື່ອນ​​ໄຂ​ສະດວກກວ່າ​ອີກ​ເພື່ອ​ໃຫ້​ພໍ່​​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ເມືອ​ປະ​ເທດ​​ໃຫ້ຫຼາຍ​ກວ່າ​. ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ບັນດາ​ນະ​ໂຍບາຍ​ດຶງ​ດູດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ໜູນ​ຊ່ວຍ​ຈັດ​ຕັ້ງ​ລາຍການ​ຕ່າງໆ​ເພື່ອ​ໃຫ້​ລຸ້ນໜຸ່ມ​ກັບ​ເມື່ອ​ປະ​ເທດ, ຮັກສາ​ພື້ນຖານ​ວັດທະນະທຳ, ການ​ສຶກສາ, ສອນ​ພາສາ​ຫວຽດ ​ໃຫ້​ລູກ​ຫຼານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ…

        ຕໍ່​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ມີ​ການ​ພົບ​ປະ​ກັບຜູ້ຕາງໜ້າການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ. ຢູ່​ທີ່​ນີ້, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ເລ​ຮົ່ງ​ເຊີນ ຢືນຢັນ​ວ່າ, ນະຄອນ​ຮ່າ​ໂນ້ຍ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ພັດທະນາ​ເສດຖະກິດ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ພັດທະນາການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ປະຊາຊົນ​ປະ​ເທດ​ອື່ນ​ໃນ​ໂລກ.

ຂ່າວ/ບົດ​ອື່ນ