ຜົນງານຂອງທິມຊາດບານເຕະ U23 ຫວຽດນາມ ທີ່ບັນລຸໄດ້ໃນການແຂ່ງຂັນບານເຕະ U23 ອາຊີ ແມ່ນດີເລີດພິເສດ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຖືວ່າ, ຄວາມກ້າຫານ ແລະ ນ້ຳໃຈຕໍ່ສູ້ອັນພິລະອາດຫານຂອງທິມຊາດບານເຕະ U23 ໄດ້ເຮັດໃຫ້ຄວາມເຊື່ອໝັ້ນ ແລະ ຄວາມຮັກຂອງບັນດາ ແຟນບານ ຫວຽດນາມ ກັບຄືນມາອີກເທື່ອໜຶ່ງ
ຜົນງານຂອງທິມຊາດບານເຕະ U23 ຫວຽດນາມ ທີ່ບັນລຸໄດ້ໃນການແຂ່ງຂັນບານເຕະ U23 ອາຊີ ແມ່ນດີເລີດພິເສດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ການພົບປະກັບບັນດານັກກິລາບານເຕະ

ຜົນງານຂອງທິມຊາດບານເຕະ U23 ຫວຽດນາມ ທີ່ບັນລຸໄດ້ໃນການແຂ່ງຂັນບານເຕະ U23 ອາຊີ ແມ່ນດີເລີດພິເສດ - ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢືນຢັນຄືດັ່ງກ່າວ ໃນການພົບປະເພື່ອສະແດງຄວາມຊົມເຊີຍຕໍ່ຜົນງານຂອງທິມບານເຕະ U23 ຫວຽດນາມ ໃນວັນທີ 29 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດ ຖືວ່າ, ຄວາມກ້າຫານ ແລະ ນ້ຳໃຈຕໍ່ສູ້ອັນພິລະອາດຫານຂອງທິມຊາດບານເຕະ U23 ໄດ້ເຮັດໃຫ້ຄວາມເຊື່ອໝັ້ນ ແລະ ຄວາມຮັກຂອງບັນດາ ແຟນບານ ຫວຽດນາມ ກັບຄືນມາອີກເທື່ອໜຶ່ງ, ກໍ່ຄືໄດ້ຮັບການສະໜັບສະໜູນຢ່າງສຸດໃຈຈາກບັນດາແຟນບານຢູ່ປະເທດອື່ນໆໃນພາກພື້ນ ແລະ ຢູ່ໃນໂລກ. ຕີລາຄາສູງນ້ຳໃຈສາມັກຄີ, ນ້ຳໃຈໝູ່ຄະນະຂອງທິມບານເຕະ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ:

        “ພວກນ້ອງຍາດໄດ້ລາງວັນທີ 2 ແມ່ນການສະແດງໃຫ້ເຫັນວ່າຊາດ ຫວຽດນາມ ສາມາດຮັດໄດ້ຫຼາຍສິ່ງຫຼາຍຢ່າງທີ່ໃຫຍ່ຫຼວງໃນຫຼາຍຂົງເຂດ ຫາກບໍ່ແມ່ນພຽງໃນຂົງເຂດບານເຕະເທົ່ານັ້ນ. ຜົນງານນັ້ນ ເປັນການຊຸກຍູ້ລຸ້ນໜຸ່ມ ຫວຽດນາມ ສືບຕໍ່ຝຶກຝົນຫຼໍ່ຫຼອມ, ສູ້ຊົນຍາດເອົາບັນດາຜົນງານອັນໃຫຍ່ຫຼວງກ່ວາອີກໃຫ້ແກ່ປະເທດຊາດ. ແລະ ນັ້ນແມ່ນຄວາມເອກອ້າງທະນົງໃຈເຊິ່ງປະຊາຊົນ ຫວຽດນາມ ທຸກຄົນລ້ວນແຕ່ຮັບຮູ້ໄດ້.”

ຕອບກັບ

ຂ່າວ/ບົດ​ອື່ນ