ຜະລິດຕະພັນປາໜັງຂອງຫວຽດນາມ ຖືກຈັດວາງອັດຕາພາສີສູງຢູ່ອາເມລິກາ

ຜະລິດຕະພັນປາໜັງຂອງຫວຽດນາມ ຖືກຈັດວາງອັດຕາພາສີສູງຢູ່ອາເມລິກາ - ảnh 1
(ພາບປະກອບ)
(vovworld) -  ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຫາ​ກໍ​ຕົກລົງ​ຈັດວາງອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ສຳລັັບ​ບັນດາ​ຜະລິດ​ຕະພັນ​ປາຈາ, ປາ​ບາ​ຊາ Filet ທີ່​ນຳ​ເຂົ້າ​ຈາກ​ຫວຽດນາມ ສູງ​ທົບ 10 ​ເທົ່າ, ຂໍ້​ຕົກ​ງລົງ​ນີ້​ໄດ້​ກໍ​ຜົນ​ສະທ້ອນ​ທີ່​ບໍ່​ໜ້ອ​ຍ​ເຖິງ​ບັນດາ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ. ຕອບ​ຄຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ອາ​ເມ​ລິ​ກາ, ທ່ານ ດາວ​ເຈີ​ນ​ເຢີ​ນ, ຜູ້​ຕາງ​ໜ້າ​ອົງການ​ການ​ຄ້າ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ.

“ດ້ວຍ​ຂໍ້​ຕົງ​ລົງ​ສຸດ​ທ້າຍ​ຂອງ​ການ​ກວດກາ​ບໍລິການ​ຄັ້ງ​ທີ 8 ສຳລັບ​ປາ​ບາ​ຊາ, ປາຈາ ຂອງ​ຫວຽດນາມ ທີ່​ສົ່ງ​​ໄປ​ຂາຍຢູ່​ຕະຫຼາດ​ອາ​ເມ​ລິ​ກາ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ໄດ້​ຈັດ​ວາງອັດຕາ​ພາສີ​ສູງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ.”

ອະທິ​ບາຍ​ກ່ຽວ​ກັບ​ເລື່ອງ​ຈັດ​ວາງ​ອັດຕາພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​​ເພີ່ມ​ຂຶ້ນ​ສູງ​ໂດຍ​ບັງ​ເອີນ​ນີ້, ທ່ານ ດາວ​ເຈີນ​ເຢີນ ​ໃຫ້​ຮູ້​ວ່າ.

“ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ການ​ກະທຳຂອງ​ບັນດາ​ກຸ່ມ​​ເພື່ອຜົນ​ປະ​ໂຫຍ​ດສ່ວນຕົວຂອງ​ອາ​ເມລິ​ກາ. ​ໂດຍລະອຽດ​ແມ່ນ, ສະມາຄົມ​ປາໜັງ ອາ​ເມ​ລິ​ກາ ​ໄດ້​ມີ​ການຂົນ​ຂວາຍຢ່າງ​ແຮງ​ເພື່ອ​ໃຫ້​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຊອກ​ຫາ​ທຸກ​ວິທີ​ເພື່ອ​ປ່ຽນ​ປະ​ເທດ​ນຳ​ເຂົ້າເພີ່ມ​ອັດຕາພາສີ ​ແນ​ໃສ່​ກີດ​ຂວາງ​ການ​ນຳ​ເຂົ້າປາຈາ ​ແລະ ປາ​ປາ​ຊາ​ຂອງ​ຫວຽດນາມ ​​ເຂົ້າ​ຕະຫຼາດ​ອາ​ເທ​ລິ​ກາ”.

ຂ່າວ/ບົດ​ອື່ນ