ຝລັ່ງຈັບຕົວ8ຄົນທີ່ຖືກສົງໃສໃນບັ້ນຮົບຕ້ານກຳລັງທຳສົງຄາມສັກສິດ

ຝລັ່ງຈັບຕົວ8ຄົນທີ່ຖືກສົງໃສໃນບັ້ນຮົບຕ້ານກຳລັງທຳສົງຄາມສັກສິດ - ảnh 1
ຕຳ​ຫລວດ​ຝ​ລັ່ງ​
ພາບ:TTXVN

(vovworld)-  ວັນ​ທີ 3/2, ຕຳ​ຫລວດ​ຕ້ານ​ການກໍ່​ການ​ຮ້າຍ ຝ​ລັ່ງ ໄດ້​ຈັບ​ຕົວ 8 ຄົນ​ຖືກ​ສົງ​ໄສ​ແມ່ນ​ສາ​ຂາ​ຂອງ​ເຄືອ​ຂ່າຍ​ຮັບ​ສະ​ຫມັກ​ໄວ​ຫນຸ່ມ​ໃຫ້​ແກ່​ກຳ​ລັງ​​ ທຳສົງ​ຄາມ​​ສັກ​ສິດອິດ​ສະ​ລາມ ຢູ່ ຊີ​ຣ​ີ. ທ່ານ Bernard Cazeneuve, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ຝ​ລັ່ງ ໃຫ້​ຮູ້​ວ່າ: 8 ຄົນ​ດັ່ງ​ກ່າວ​ຖືກ​ຈັບ​ຕົວ​ຢູ່ ທາງ​ທິດ​ເຫນືອ​ຊານ​ນະ​ຄອນ Pari  ແລະ ເຂດ Lyon ໃນ​ບັ້ນ​ຮົບ​ຕ້ານ​ກຳ​ລັງ​ທຳສົງ​ຄາມ​​ສັກ​ສິດອິດ​ສະ​ລາມ. ຕາມ​ຕົວ​ເລກ​ຂອງ​ລັດ​ຖະ​ບານ ຝ​ລັ່ງ, ມີ​ພົນ​ລະ​ເມືອງ​ປະ​ເທດນີ້​ປະ​ມານ 1.300 ຄົນ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ ເຄືອ​ຂ​່າຍ​ຮັບ​ສະ​ຫມັກ​ບັນ​ດາ​ມື​ປືນ​ໃຫ້​ແກ່​ກຳ​ລັງ​ທຳສົງ​ຄາມ​​ສັກ​ສິດ​ຢູ່ ຊີ​​ຣີ ແລະ ອີຣັກ, ໃນ​ນັ້ນ 400 ຄົນ​ພ້ອມ​ແລ້ວ​ເຂົ້າ​ຮ່ວມການ​ສູ້​ຮົບພ້ອມ​ກັບ​ກຳ​ລັງ​ດັ່ງ​ກ່າວ.

 

 

 

ຂ່າວ/ບົດ​ອື່ນ