ຝ່າຍຄ້ານຢູ່ສ.ເກົາຫຼີຍື່ນຕໍ່ສະພາແຫ່ງຊາດຂໍ້ສະເໜີໄຈ້ແຍກໂທດປະທານາທິບໍດີ

ຝ່າຍຄ້ານຢູ່ສ.ເກົາຫຼີຍື່ນຕໍ່ສະພາແຫ່ງຊາດຂໍ້ສະເໜີໄຈ້ແຍກໂທດປະທານາທິບໍດີ - ảnh 1
ຝ່າຍຄ້ານຢູ່ສ.ເກົາຫຼີຍື່ນຕໍ່ສະພາແຫ່ງຊາດ
ຂໍ້ສະເໜີໄຈ້ແຍກໂທດປະທານາທິບໍດີ
(ພາບ​: EPA/ TTXVN)

(vovworld) ​- ວັນ​ທີ 03/12, ບັນ​ດາ​ພັກ​ຝ່າຍ​ຄ້ານ​ຢູ່​ສ​.ເກົາ​ຫຼີ ໄດ້​ຍື່ນ​ຂໍ້​ສະ​ເໜີ​​ໄຈ້​ແຍກ​ໂທດ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ຕໍ່​ສະ​ພາ​ແຫ່ງ​ຊາດ ດ້ວຍ​ຄຳ​ກ່າວ​ຫາ​ທ່ານ​ນາງ​ໄດ້​ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ. ​ຄາດ​ວ່າ, ຂໍ້​ສະ​ເໜີ​ດັ່ງກ່າວ​ຈະ​ຖືກ​ຍົກ​ອອກ​ເພື່ອ​ປ່ອນ​ບັດ​ຢູ່​ທີ່ວ​າ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ​ໃນ​ວັນ​ທີ 09/12 ຈະ​ມາ​ເຖິງ. ໃນ​ໃບ​​ສະ​ເໜີ, ບັນ​ດາ​ພັກ​ຝ່າຍ​ຄ້ານ​ຊີ້​ແຈ້​ງວ່າ, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ໄດ້​​ສວຍ​ໃຊ​້​ສິດ​ອຳ​ນາດ​ເຊິ່ງ​ປະ​ຊາ​ຊົນ​ໄດ້​ມອບ​ໝາຍ​ໃຫ້. ບັນ​ດາ​ພັກ​ຝ່າຍນີ້​ໄດ້​ກ່າວ​ຫາ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ໄດ້​​ປະໃຫ້​ສ່ຽວ​ຜູ້​ສະ​ໜິດ​ສະ​ໜົມ​ແມ່ນ​ທ່ານ​ນາງ Choi Soon sil, ເຊິ່ງ​​ແມ່ນຜູ້ບໍ່​​ຮັກ​ສາ​ຕຳ​ແໜ່ງ​ໃດໃນ​ລັດ​ຖະ​ບານ​ຢ່າງ​ເປັນ​ທາງ​ການ​ ແຊກ​ແຊງ​ເຂົ້າ​ວຽກ​ງານ​ຂອງ​ລັດ. ນອ​ກນັ້ນ, ເຂົາ​ເຈົ້າ​ກໍ່​ຖື​ວ່າ, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ບໍ່​​ສາ​ມາດປົກ​ປ້ອງ​ໄດ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຄື​ດັ່ງ​ໄດ້​​ລະ​ບູ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ, ​ເຊິ່ງ​ສະ​ແດງ​ອອກ​ໃນ​​ເຫດກ່ຳ​ປັ່ນ Sewol ​ຖືກ​ຈົມ​ນ້ຳເມື່ອ​ເດືອນ 04/2014, ເຮັດ​ໃຫ້ 304 ຄົນ​ເສຍ​ຊີ​ວິດ.

        ເພື່ອ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ຂໍ​້​ສະ​ເໜີ​​ນີ້​ຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມ​າ​ຊິກ​ລັດ​ຖະ​ສະ​ພາຢ່າງໜ້ອຍ​ສຸດ​ແມ່ນ 200/300 ທ່ານ, ໝາຍ​ຄວາມ​ວ່າ​ຢ່າງ​ໜ້ອຍ​ສຸດ​ຕ້ອງມ​ີ 28 ບັດ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັກ Saenuri ກຳ​ອຳ​ນາດ.

ຂ່າວ/ບົດ​ອື່ນ