ຝ່າຍຕ່າງໆເຂົ້າຮ່ວມ ກຸ່ມສຳພັດກ່ຽວກັບ ຢູແກຼນບັນລຸໄດ້ ຂໍ້ຕົກລົງຢຸດຍິງ ໂດຍທັນທີ່
![ຝ່າຍຕ່າງໆເຂົ້າຮ່ວມ ກຸ່ມສຳພັດກ່ຽວກັບ ຢູແກຼນບັນລຸໄດ້ ຂໍ້ຕົກລົງຢຸດຍິງ ໂດຍທັນທີ່ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_09_06/ukraine-1409971455521.jpg)
(ພາບ: http://vtv.vn/)
(vovworld) - ຝ່າຍຕ່າງໆເຂົ້າຮ່ວມການປະຊຸມຂອງກຸ່ມສຳພັດກ່ຽວກັບຢູແກຼນໃນວັນທີ 5/9 ຢູ່ນະຄອນຫຼວງ Minsk ຂອງ Belarus ໄດ້ເຊັນອະນຸສັນຍາກ່ຽວກັບແຜນການແກ້ໄຂການປະທະກັນໂດຍສັນຕິວິທີຊື່ງລວມມີ 12 ຈຸດ, ໃນນັ້ນ, ສຳຄັນທີ່ສຸດແມ່ນການຢຸດຍິງໂດຍທັນທີ່. ທ່ານ Alexander Zakharchenco ຜູ້ນຳໜ້າອຳນາດການປົກຄອງສາທາລະນະລັດ ປຊຊ Donesk ເນັ້ນນັກວ່າ: ຄຳສັ່ງຢຸດຍິງໄດ້ຊ່ວຍກູ້ເອົາຊີວິດມະນຸດໃນຂະນະທີ່ທ່ານ Igor Plotniskyi ຜູ້ນຳອຳນາດການປົກຄອງສາທາລະນະລັດ ປຊຊ Lugansk ປະກາດວ່າ: ເນື້ອໃນໃນອະນຸສັນຍາສະບັບນີ້ສ່ວນຫຼາຍໄດ້ຕອບສະໜອງບັນດາຄຳຮຽກຮ້ອງຂອງ Lugansk ແຕ່ທ່ານຍັງເນັ້ນໜັກວ່າ ການຢຸດຍິງບໍ່ໝາຍຄວາມວ່າປ່ຽນແປງນະໂຍບາຍແຍກອອກຈາກຢູແກຼນ. ພາຍຫຼັງຄຳປະກາດດັ່ງກ່າວຖືກຍົກອອກມາ, ປະທານາທິບໍດີຢູແກຼນ Petro Poroshenko ໄດ້ອອກຄຳສັ່ງໃຫ້ເສນາທິການໃຫ່ຍກອງທັບຢູແກຼນ ຕ້ອງຢຸດຍິງນັບແຕ່ເວລາ 18 ໂມງຂອງວັນທີ 5/9 ຕາມເວລາທ້ອງຖິ່ນ./.