ຝ່າຍ “ເສື້ອແດງ“ ຂອງໄທ ຮຽກຮ້ອງໃຫ້ພິຈາລະນາໂທດ ແລະ ປົດຕຳແໜ່ງບັນດາຜູ້ພິສາກສາ

ຝ່າຍ “ເສື້ອແດງ“ ຂອງໄທ ຮຽກຮ້ອງໃຫ້ພິຈາລະນາໂທດ ແລະ ປົດຕຳແໜ່ງບັນດາຜູ້ພິສາກສາ - ảnh 1

ນະຄອນ​ບາງກອກ ປະ​ເທດ​ໄທ

(ພາບ:dulichanz.com)

( vovworld ) – ວັນ​ທີ 7/6, ບັນດາ​ບຸກຄົນຂຶ້ນ​ກັບຝ່າຍ “​ເສື້ອ​ແດງ“ ສະໜັບສະໜູນ​ລັດຖະບານ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນອກຕຶກ​ອາຄານ​ສຳນັກງານ​ສະພາ​ແຫ່ງ​ຊາດ​ຢູ່​ນະຄອນຫຼວງ​ບາງກອກ​ ເພື່ອຮຽກຮ້ອງ​ໃຫ້ດຳ​ເນີນການ​ພິຈາລະນາໂທດ ​ແລະ ປົດ​ຕຳ​ແໜ່​ງບັນດາ​ຜູ້​ພິສາກ​ສາ​ຂອງ​ສານ​ລັດຖະທຳ​ມະນູນປະ​ເທດ​ນີ້ ຊື່​ງ​ແມ່ນ​ບັນດາ​ສ່ວນ​ບຸກຄົນ​ທີ່​​ເຄີຍອອກ​ຄຳ​ສັ່ງ​ຢຸດຕິ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປັບປຸງລັດຖະທຳ​ມະນູນ. ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ “ເສື້ອ​ແດງ“ ​ໄດ້​ດຳ​ເນີນ​ໄປ​ກ່ອນ​ການດຳ​ເນີນ​ການ​ປະຊຸມ​ຮ່ວມລະຫວ່າງສະພາ​ຜູ້​ແທນ​ລາຊະ​ດອນ ​ແລະ ວຸດ​ທິສະພາ​​ໄທ ພຽງ 1 ວັນ ​ໃນ​ສະພາບ​ການ​ທີ່​ຫາງ​ສຽງ​ຍັງ​ມີ​ບັນດາ​ຄວາມ​ໂຕ້ຖຽງກັນກ່ຽວ​ກັບ​ສິດ​ອຳນາດ​ຂອງ​ສານ​ລັດຖະທຳ​ມະນູນ ພາຍຫຼັງ​ທີ່​ສານ​ນີ້ ​ໄດ້​ຕົກລົງ​ພິຈາລະ​ນາ​ລັກສະນະຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ພ້ອມ​ທັງ​ອອກ​ຄຳ​ສັ່ງ​ຢຸດຕິ​ການ​ພິຈາລະ​ນາ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ຈົນ​ເຖິງ​ເວລາສານ​ມີ​ຄຳ​ຕັດສິນ​ໃໝ່​. ປະຈຸ​ບັນ, ຄວາມ​ສະຫງົບ​ປອດ​ໄພ​ໄດ້​ຮັບ​ການ​​ເພີ່ມ​ທະວີຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ໄທ ​ເພື່ອ​ແນ​ໃສ່​ຫລີກ​ເວັ້ນການ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​​ຝ່າຍ “​ເສື້ອ​ແດງ“ ​ແລະ ​ຝ່າຍ “​ເສື້ອ​​ເຫຼືອງ“ ຊື່​ງພວມ​ເຕົ້າ​ໂຮມ​ກັນ​​ເປັນ​ຈຳນວນຫຼວງ​ຫຼາຍ​ຢູ່​ສູນ​ການ​ຄ້າ​ພະ​ບໍລົມ​ວົງສາ​ນຸວົງ ມໍ່​ກັບ​ສຳນັກງານ​ສະພາ​ແຫ່ງ​ຊາດ. ຝ່າຍ “​ເສື້ອ​ແດງ“ ​ໃຫ້​ຮູ້​ວ່າ ​ໄດ້​ເກັບ​ກຳ​ບັນຊີ​ລາຍ​ຊື່​ຂອງ​ເກືອບ 10.000 ຄົນທີ່ຮຽກ​ຮ້ອງ​ໃຫ້ການ​ພິຈາລະນາໂທດບັນດາ​ຜູ້​ພິສາກ​ສາ​ຂອງ​ສານ​ລັດຖະທຳ​ມະນູນປະ​ເທດ​​ໄທ ​ແລະ ຄາດ​ວ່າ​ຈະ​ມີ​ບັນຊີ​ລາຍ​ຊື່​ຕື່ມ​ອີກ 12.000 ຄົນ​ສະໜັບສະໜູນ​ຝ່າຍ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ