ພັກນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີ David Cameron ຍາດໄດ້ໄຊຊະນະ

ພັກນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີ David Cameron ຍາດໄດ້ໄຊຊະນະ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ແນ່ນອນ​ວ່າ ຈະ​ດຳ​ລົງ​ຕຳ​ແໜ່ງ​​ນາ​ຍົກ​ລັດ​ຖະ​ມົນ​ຕີຕື່ມ​ອີກ​ສະ​ໄໝ​ໜຶ່ງ

(vovworld)- ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ອັງ​ກິດ​ໄດ້​ປະ​ກາດ​ເມື່ອ​ວັນ​ທີ 8/5 ວ່າ ພັກ​ນິ​ຍົມ​ຮັກ​ສາ​ເດີມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ຍ​າດ​ໄດ້ 329 ທີ່​ນັງ່​ໃນ​ຈຳ​ນວນ 650 ທີ່​ນັ່ງ​ຢູ່​ສະ​ພາ​ຕ່ຳ, ສູງກວ່າ​ເຄິງ​ໜຶ່ງຂອງ​ຈຳ​ນວນ​ທີ່​ນັ່ງ​ເພື່ອ​ສາ​ມາດ​ສ້າງ​ຕັ້ງ​ລັດ​ຖະ​ບານ ໂດຍບໍ່​ຕ້ອງ​ການ​ສຳ​ພັນ​ທະ​ມິດ​ກັບ​ບໍ່​ວ່າ​ພັກ​ໃດໆ​ຄື​ໃນ​ການ​ເລືອກ​ຕັ້ງ​ປີ 2010. ໃນ​ຂະ​ນະ​ນັ້ນ, ພັກ​ແຮງ​ງານ​ຂອງ​ຜູ້​ນຳ Ed Miliband ຍາດ​ໄດ້​ພຽງ 232 ທີ່​ນັ່ງ​ເທົ່າ​ນັ້ນ. ດ້ວຍ​ໄຊ​ຊະ​ນະ​ນີ້, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ແນ່ນອນ​ວ່າ ຈະ​ດຳ​ລົງ​ຕຳ​ແໜ່ງ​​ນາ​ຍົກ​ລັດ​ຖະ​ມົນ​ຕີຕື່ມ​ອີກ​ສະ​ໄໝ​ໜຶ່ງ, ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ໃນໂຄງ​ການເຄື່ອນ​ໄຫວ​ທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ