ພັກ,ລັດຍາມໃດກໍເຄົາລົບແລະຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ
![ພັກ,ລັດຍາມໃດກໍເຄົາລົບແລະຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_05_28/1_copy.jpg)
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກອວຍພອນ ສາດສະດາ ສະມາຄົມພຸດທະສາສະຫນາຫວຽດນາມ
ພາບ:dangcongsan.vn
|
(vovworld)-ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີການພົບປະສັງສັນ ແລະ ອວຍພອນພະອາຈານ ທິກໂຝເຕ້ວ, ສາດສະດາ ສະມາຄົມພຸດທະສາສະຫນາຫວຽດນາມ, ຍົດຖາບັນດາສັກ ການນຳສະພາສົງ, ສະພາບໍລິຫານງານພຸດທະສາສະຫນາຫວຽດນາມ ພ້ອມກັບພຸດທະສາສະນິກກະຊົນ ເນື່ອງໃນໂອກາດວັນບຸວິສາຂະບູຊາ ພສ 2559 ຈັດຂຶ້ນໃນຕອນເຊົ້າວັນທີ 28/5 ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫລວງຂອງສະມາຄົມພຸດທະສາສະຫນາ ຫວຽດນາມ ໃນຕະຫລອດໄລຍະປະຫວັດສາດ ດ້ວຍຈິດໃຈປ້ອງກັນປະເທດຊາດ, ເຮັດໃຫ້ປະຊາຊົນມີຄວາມສະຫງົບສຸກ, ແມ່ນສາສະຫນາຫນຶ່ງມີມູນເຊື້ອຮັກຊາດ, ຕິດພັນກັບປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ພັກ, ລັດ ຍາມໃດກໍສ້າງເງື່ອນໄຂໃຫ້ປະຊາຊົນເຊື່ອຖືສາສະຫນາ ແລະຍົດຖາບັນດາສັກໃນສາສະຫນາຕ່າງໆ ປະຕິບັດການເຄື່ອນໄຫວທາງສາສະຫນາຢ່າງຊອບທຳ ແລະ ເຮັດລ້ອນຫນ້າທີ່ຂອງພົນລະເມືອງຕໍ່ປະເທດຊາດ.