ພັດທະນາກະສິກຳ ແລະ ຊົນນະບົດຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ-19

(VOVWORLD) -ບັນດາບົດປະກອບຄຳເຫັນໄດ້ພ້ອມກັນແບ່ງປັນໝາກຜົນການຄົ້ນຄວ້າ, ຕີລາຄາຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການພັດທະນາເສດຖະກິດ ແລະ ການຜະລິດຂອງບັນດາຄອບຄົວຊາວກະສິກອນຜູ້ປະກອບການໃນຂົງເຂດກະສິກຳ

ພັດທະນາກະສິກຳ ແລະ ຊົນນະບົດຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ-19 - ảnh 1ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກ໊ວກແຢງ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: bnews.vn)

ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໂດຍຜ່ານໂຄງການໜູນຊ່ວຍສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບອົງການຕາງໜ້າໂຄງການພັດທະນາສະຫະປະຊາຊາດ ແລະ ທະນາຄານໂລກປະຈຳຫວຽດນາມ ຈັດ “ກອງປະຊຸມຄົບຄະນະໂຄງການໜູນຊ່ວຍສາກົນ ປີ 2020”. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບ “ການຮ່ວມມືພັດທະນາກະສິກຳ ແລະ ຊົນນະບົດຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ-19”.

        ບັນດາບົດປະກອບຄຳເຫັນໄດ້ພ້ອມກັນແບ່ງປັນໝາກຜົນການຄົ້ນຄວ້າ, ຕີລາຄາຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການພັດທະນາເສດຖະກິດ ແລະ ການຜະລິດຂອງບັນດາຄອບຄົວຊາວກະສິກອນຜູ້ປະກອບການໃນຂົງເຂດກະສິກຳ, ກໍຄືການຕັດຕອນບັນດາລະບົບສະໜອງຂະແໜງສິນຄ້າກະສິກຳ; ໄພອັນຕະລາຍກ່ຽວກັບສິ່ງແວດລ້ອມ ແລະ ບັນຫາຮັບປະກັນຄວາມປອດໄພດ້ານສະບຽງອາຫານລະດັບຊາດ ກໍຄືທົ່ວໂລກ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກ໊ວກແຢງ, ກ່າວວ່າ.

        “ນີ້ແມ່ນກາລະໂອກາດເພື່ອໃຫ້ພວກເຮົາສືບຕໍ່ຮັບແຫຼ່ງກຳລັງ, ເຕັກໂນໂລຊີໃໝ່ຕື່ມອີກຄື: ກະສິກຳອັດສະລິຍະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາກະສິກຳຕາມທິດລົງເລິກ ແລະ ສ້າງໂຄງປະກອບກະສິກຳຄືນໃໝ່ໃຫ້ບັນລຸປະສິດທິຜົນ. ພ້ອມທັງຍົກສູງກຳລັງແຫຼ່ງຊັບພະຍາກອນມະນຸດໃນຂະແໜງກະສິກຳ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າໃນພື້ນຖານເສດຖະກິດສາກົນ”.

        ໂດຍຕາງໜ້າໃນບັນດາຄູ່ຮ່ວມມືສາກົນ ແລະ ບັນດານັກອຸປະຖຳ, ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ ປະຈຳຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນເຊິ່ງຂະແໜງກະສິກຳບັນລຸໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ