ພັດທະນາກະສິກຳ ແລະ ຊົນນະບົດ ຫວຽດນາມ ຮອດປີ 2030

ພັດທະນາກະສິກຳ ແລະ ຊົນນະບົດ ຫວຽດນາມ ຮອດປີ 2030 - ảnh 1
ພາບປະກອບ:internet


(vovworld) -  ວັນ​ທີ 1/8, ຢູ່​ແຂວງ An Giang, ສະຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ກະສິກຳ, ຊົນນະບົດ ສັງກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ສົມທົບ​ກັບ​ຄະນະ​ຊີ້​ນຳ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້,   ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແຂວງ An Giang ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ:“ຍຸດ​ທະ​ສາດ​ພັດທະນາ​ກະສິກຳ​ຊົນນະບົດ ຫວຽດນາມ ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຕີ​ລາຄາ​ສະພາບ​ຕົວ​ຈິງ​ຂອງ​ຂະ​ແຫນງກະສິກຳ, ຊົນ​ນະບົດ​ໃນ​ໄລຍະ 10 ປີຜ່ານມາ. ​ໃນ​ນັ້ນ, ຂົງ​ເຂດ​ຜະລິດ​ກະສິກຳ - ປ່າ​ໄມ້ - ການ​ປະມົງ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ​ໂຄງປະກອບ​ກະສິກຳ ​ແລະ ​ເສດຖະກິດ​ກະສິກຳ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ ປະກອບສ່ວນ​​​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ມີ​ທີ່​ຕັ້ງ​​ໃນ​ຕະຫລາດສາກົນ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢູ່​ເຂດຊົນນະບົດ​ໄດ້​ຮັບ​ການ​ປັບປຸງ. ​ໃນຈຸດໝາຍ​ພັດທະນາ​ກະສິກຳ, ຊົນນະບົດ​ໄລຍະ​ແຕ່​ປີ 2011 - 2020 ມຸ່ງ​​ໄປ​ເຖິງ​ປີ 2030, ຫວຽດນາມ ​ຈະ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳ​ຄືນ​ໃຫມ່ ​ເພື່ອ​ຟື້ນ​ຟູ​ການ​ຈະ​ເລີ​ນ​ເຕີບ​ໂຕ, ​ເພີ່ມ​ປະສິດທິ​ພາບ​ການ​ຜະລິດ ​ແລະ ຄວາມ​ສາມາດ​ແກ້ງ​ແຍ້​ງກະສິກຳ; ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ, ລະດົມ​ກຳລັງ​ແຮງ​​ໃນທົ່ວ​ສັງຄົມ​ພັດທະນາ​ຊົນນະບົດ; ​ເພີ່ມ​ລາຍ​ຮັບ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ພັດທະນາ​ກະສິກຳ​​ແລະ ຊົນນະບົດ​ຕິດ​ພັນ​ກັບ​ການຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາ​ຫະກຳ ​ແລະ ທັນ​ສະ​ໄຫມ.

ຂ່າວ/ບົດ​ອື່ນ