ພັດທະນາພະລັງງານໄຟຟ້າແຮງລົມ - ກາລະໂອກາດ ແລະ ສິ່ງທ້າທາຍ

   ພັດທະນາພະລັງງານໄຟຟ້າແຮງລົມ - ກາລະໂອກາດ ແລະ ສິ່ງທ້າທາຍ - ảnh 1
ຫວຽດນາມມີຄວາມສາມາດບົ່ມຊ້ອນ
ພັດທະນາພະລັງງານ ໄຟຟ້າແຮງລົມ
(ພາບ:  kinhte) 

(vovworld) - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາພະລັງງານ ໄຟຟ້າແຮງລົມ, ແຕ່ການ ລົງທຶນເຂົ້າໃນຂົງເຂດ ໄຟຟ້າແຮງລົມຢູ່ຫວຽດນາມ ແມ່ນສູງກ່ວາທົບ 1,5 ເທົ່າເມື່ອທຽບໃສ່ ໄຟຟ້າ ໃຊ້ພະລັງຄວາມຮ້ອນ, ໄຟຟ້ານ້ຳຕົກ...ດັ່ງນັ້ນຄວນມີກົນໄກນະໂຍບາຍໜູນຊ່ວຍເພື່ອ ພັດທະນາ ພະລັງງານໄຟຟ້າແຮງລົມຢູ່ຫວຽດນາມ. ຂໍ້ສັງເກດດັ່ງກ່າວຖືກຍົກອອກມາທີ່ກອງປະຊຸມ ສາກົນ ກ່ຽວກັບ “ການພັດທະນາພະລັງງານ ໄຟຟ້າແຮງລົມຢູ່ບັນດາປະເທດ ອາເປັກ” ຊຶ່ງດຳເນີນໃນ ວັນທີ 25 ແລະ 26/11 ຢູ່ຮ່າໂນ້ຍ. ທ່ານ ຫງວຽນດຶກເກືອງ ຜູ້ອຳນວຍການສູນພະລັງງານຜະລິດຄືນໃໝ່ ແລະ ກົນໄກພັດທະນາ ຄວາມສະອາດ - ສະຖາບັນພະລັງງານ( ກະຊວງອຸດສາຫະກຳ-ການຄ້າ) ໃຫ້ຮູ້ວ່າ : 

   “ ປະຈຸບັນ, ໄຟຟ້າແຮງລົມພວມໄດ້ຮັບການສົ່ງເສີມ ແລະ ໜູນຊ່ວຍເພື່ອ ພັດທະນາຈາກ ລັດຖະບານຫວຽດນາມ. ໃນໄລຍະທີ່ຈະເຖິງ ຈະວາງແຜນກຳນົດ ໂຄງການຢູ່ບັນດາ​ແຂວງ​ເຂດ​ແຄມ​ທະ​ເລ​ພາກ​ກາງ, ​ແລະ ​ເຂັດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ. ລັດຖະບານ​ຫວຽດນາມ​ກໍ​ໄດ້​ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ກົນ​ໄກ​ໜູນ​ຊ່ວຍໄຟຟ້າແຮງລົມ ” 

ຂ່າວ/ບົດ​ອື່ນ