ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງຢ້ຽມຢາມຍີ່ປຸ່ນຖືກຈັດຂຶ້ນ ຢ່າງເປັນທາງການ

(VOVWORLD) -ຕອນຄ່ຳວັນທີ 24 ພະຈິກ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ ແລະ ຄະນະຜູ້ແທນຫວຽດນາມ ທີ່ມາຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການໄດ້ໄຂຂຶ້ນຢ່າງສົມກຽດຢູ່ທີ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງຢ້ຽມຢາມຍີ່ປຸ່ນຖືກຈັດຂຶ້ນ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ທີ່ພິທີຕ້ອນຮັບ ຢ່າງເປັນທາງການ

    ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio. ນາຍົກລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືແລະເຫັນດີອອກຖະແຫຼງການຮ່ວມນຳການພົວພັນຫວຽດນາມ - ຍີ່ປຸ່ນ ຂຶ້ນສູ່ລະດັບສູງໃໝ່. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນສັກຂີພິຍານ ພິທີ ມອບບົດບັນທຶກຊ່ວຍຈຳໃນຂົງເຂດສາທາລະນະສຸກ, ປ້ອງກັນປະເທດ, ອຸດສາຫະກຳ ແລະ ການຄ້າ, ສິ່ງແວດລ້ອມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ . 

ຕອບກັບ

ຂ່າວ/ບົດ​ອື່ນ