ພິທີປີດງານມະໂຫລານດົນຕີອາຊຽນ 2019

(VOVWORLD) - ຕອນຄ່ຳວັນທີ 31 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ ຫາຍຟ່ອງ, ໄດ້ດຳເນີນພິທີປີດງານມະໂຫລານດົນຕີອາຊຽນ 2019
ພິທີປີດງານມະໂຫລານດົນຕີອາຊຽນ 2019 - ảnh 1ພິທີປີດງານມະໂຫລານດົນຕີອາຊຽນ 2019 (ພາບ: baovanhoa.vn

ພາຍຫຼັງດຳເນີນການແຂ່ງຂັນຢ່າງເປັນທາງການມາເປັນເວລາ 5 ຄືນດ້ວຍບັນດາລາຍການສະແດງທີ່ເປັນເອກະລັກ, ໄດ້ຮັບການສ້າງຂຶ້ນຢ່າງໃໝ່ອ່ຽມແລະ ມີການປະດິດຄິດສ້າງໃນການປະສານສຽງ, ສົບທົບບັນດາເຄື່ອງດົນດີຕີເປົ່າຫຼາຍຢ່າງ. ຜ່ານລາຍການສະແດງຂອງບັນດາຄະນະນັກສິລະປະ, ອາດຈະເຫັນໄດ້ຄວາມຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ບັນດາຄຸນຄ່າດ້ານສິລະປະໃນພື້ນຖານດົນຕີຂອງບັນດາປະເທດໃນພາກພື້ນ. ນັກດົນຕີ ດຶກຈິ້ງ, ຮອງປະທານຜູ້ປະຈຳການສະມາຄົມນັກດົນຕີ ຫວຽດນາມ, ປະທານສະພາສິລະປະງານມະໂຫລານ, ໃຫ້ຮູ້ວ່າ:

“ລາຍການສະແດງຂອງແຕ່ລະປະເທດລ້ວນແຕ່ມີບັນດາເອກະລັກສະເພາະກ່ຽວກັບດົນຕີຊົນຊາດຊົນເຜົ່າຂອງເຂົາເຈົ້າ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດສຳລັບຫວຽດນາມແລະສຳລັບບັນດານັກສິລະປິນໃນພາກພື້ນ, ເຮົາກໍ່ຖອດຖອນໄດ້ບັນດາວິທີການນຳເອົາດົນຕີພື້ນເມືອງຂຶ້ນມາສະແດງບົນເວທີຢ່າງເປັນມືອາຊີບຈາກເຂົາເຈົ້າ. ມີຫຼາຍຄະນະໄດ້ກະກຽມຢ່າງພິຖິພິຖັນສະນັ້ນຈິ່ງເຮັດໃຫ້ຄຸນນະພາບຂອງລາຍການສະແດງສິລະປະນັບມື້ນັບໄດ້ຮັບການຍົກສູງຂຶ້ນ.”

ຄະນະຈັດຕັ້ງໄດ້ມອບລາງວັນ19 ຫຼຽນເງິນ ແລະ 12 ຫຼຽນຄຳ ໃຫ້ແກ່ບັນດາລາຍການສະແດງທີ່ດີເດັ່ນໃນງານມະໂຫລານດົນຕີອາຊຽນ 2019.

ຕອບກັບ

ຂ່າວ/ບົດ​ອື່ນ