ພິທີມອບລາງວັນການຂົນຂວາຍປະດິດແຕ່ງເພງກ່ຽວກັບສະພາແຫ່ງຊາດຫວຽດນາມ

ພິທີມອບລາງວັນການຂົນຂວາຍປະດິດແຕ່ງເພງກ່ຽວກັບສະພາແຫ່ງຊາດຫວຽດນາມ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ມອບ​ລາງວັນ
ພາບ:TTXVN

(vovworld)-  ​ພິ​ທີ​ສະ​ຫລຸບ ແລະ ມອບ​ລາງວັນການ​ຂົນ​ຂວາຍ​ປະ​ດິດ​ແຕ່ງ​ເພງ​ສ​ະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດທົ່ວ​ປະ​ເທ​ດຄັ້ງ​ທຳ​ອິດ (6/1/1946-6/1/2016) ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 2/11 ຢູ່ ຮ່າ​ໂນ້ຍ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ພ້ອມ​ດ້ວຍ​ຜູ້​ແທນ​ຫລາຍ​ທ່ານ. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ 1 ຫນຶ່ງ​ລາງວັນ, ລາງວັນ​ທີ 2 ສອງ​ລາງວັນ, ລາງວັນ​ທີ 3 ສາມ​ລາງວັນ ແລະ ລາງວັນ​ຊົມ​ເຊີຍ 6 ລາງວັນ​ໃຫ້​ບັນ​ດາ​ນັກ​ປະ​ດ​ິດ​ແຕ່ງ​ເພງ​ທີ່​ມີ​ຄຸນ​ນະ​ພາບ ແລະ ຄ​ຸນ​ຄ່າ​ດ້ານ​ສິ​ລະ​ປະ, ສ່ອງ​ແສງ​ໄດ້​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຜ່ານ​ໄລ​ຍະ 70 ປີ​ຜ່ານ​ມາ. ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວ​ຫນ້າ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ: ບັນ​ດາ​ບົດ​ເພງ​ໄດ້​ຮັບ​ການ​ຄັດ​ເລືອກ ຈະ​ຖືກ​ໂຄ​ສະ​ນາ​ຢ່າງກວ້າງ​ຂວາງ​ຜ່ານ​ພາ​ຫະ​ນະ​ສື່ມວນ​ຊົນ ແລະ ຈະ​ນຳ​ມາ​ສະ​ແດງ​ໃນ​ງານໂຮມ​ຊຸມ​ນຸມ​ມິດ​ຕິງສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ທົ່ວ​ປະ​ເທດຄັ້ງທຳ​ອິດ ຊື່ງ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ແລະ ຫໍ​ປະ​ຊຸມ ບາ​ດີງ ຫລັງ​ໃຫມ່.

 

ຂ່າວ/ບົດ​ອື່ນ