ພິທີລົງນາມຖະແຫຼງການຮ່ວມມືໃນການ ບຳລຸງສ້າງຊັບພະຍາກອນມະນຸດ ຫວຽດນາມ-ເຢຍລະມັນ

ພິທີລົງນາມຖະແຫຼງການຮ່ວມມືໃນການ ບຳລຸງສ້າງຊັບພະຍາກອນມະນຸດ ຫວຽດນາມ-ເຢຍລະມັນ - ảnh 1

(ພາບປະກອບ: phapluatvn.vn)

(vovworld) -  ຕອນ​ເຊົ້າວັນ​ທີ 18/3, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ລົງນາມໃນຖະແຫຼງການຮ່ວມມືກັບກະຊວງການຕ່າງປະເທດ, ກະຊວງເສດຖະ ກິດ ແລະ ຮ່ວມມືພັດທະນາ ສ.ສະຫະພັນເຢຍລະມັນ ກ່ຽວກັບການພັດທະນາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານເຈີ່ນກວາງກູຍ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຖືວ່າ: ຖະແຫຼງການຮ່ວມມືຈະສ້າງທ່າໃຫ້ແກ່ການຕິດພັນລະຫວ່າງບັນດາວິສາຫະກິດ ແລະ ໂຮງຮຽນ ຢ່າງມີປະສິດທິຜົນ ແລະ ຄຸນນະພາບ, ແກ້ໄຂບັນຫາ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເປັນຢ່າງດີ, ຕອບສະໜອງຄວາມຕ້ອງການຂອງສັງຄົມ:

   “​ໃນ​ໄລຍະ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ​ກັບ​ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ​ ຢູ່ຫວຽດນາມ. ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ເຢຍລະ​ມັນ 160 ​ແຫ່ງ​ພວມຢູ່​ຫວຽດນາມ, ​ເຂົາ​ເຈົ້າ​ເອງ​ກໍ່​ຕ້ອງການ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ ພ້ອມກັນນັ້ນກໍ່​ຢາກ​ຊ່ວຍ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ ​ແລະ ພິ​ເສດ​ແມ່ນ​ບັນດາ​ໂຮງຮຽນ​ສອນ​ວິຊາ​ຊີບ​ຂອງ​ຫວຽດນາມ ຍົກສູງ​ເຕັກນິກ​ຄວາມ​ສາມາດ​ດ້ານວິຊາ​ຊີບ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຮັບ​ໃຊ້​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ສະນັ້ນ, ນີ້​ແມ່ນ​ຖະ​ແຫຼ​ງການ​ຮ່ວມ​ມື​ທີ່​ພວກ​ເຮົາ​ໄດ້​ລໍຄອຍ“.

ຂ່າວ/ບົດ​ອື່ນ