ພິທີລົງນາມເອກະສານວະລະປະຊຸມຄັ້ງທີ 5 Jetco ລະຫວ່າງຫວຽດນາມ ແລະ ອັງກິດ

ພິທີລົງນາມເອກະສານວະລະປະຊຸມຄັ້ງທີ 5 Jetco ລະຫວ່າງຫວຽດນາມ ແລະ ອັງກິດ - ảnh 1
ພິທີລົງນາມເອກະສານວະລະປະຊຸມຄັ້ງທີ 5 Jetco ລະຫວ່າງຫວຽດນາມ ແລະ ອັງກິດ
(ພາບ: baomoi.com)

ວັນ​ທີ 1/2, ຢູ່ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ບົດ​ບັນທຶກວະລະ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ປະສົມ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ (ຫຼື Jetco) ລະຫວ່າງ​ຫວຽດນາມ ​ແລະ ອັງກິດ. ທີ່​ວາລະ​ປະຊຸມ Jepco 5, 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຊຸກຍູ້​ການ​ພົວພັນ​ການ​ຄ້າ​​ໃຫ້​ເໝາະ​ສົມກັບ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2012 ຍິ່ງກ່ວາ​ອີກ, ພິ​ເສດ​ແມ່ນ​ເນັ້ນ​ໜັກ​ເຖິງ Jetco ​ແມ່ນ​ກົນ​ໄກ​ສຳຄັນ​ໃນ​ການ​ປັງ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ, ການ​ຄ້າ 2 ຝ່າຍ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ໃນ​ການຈັດ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ເພື່ອ​ແກ້​ໄຂ​ບັນດາ​ລະບຽບ​ການ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ຂອງ​ບັນດາ​ສາຂາ​ທະນາຄານ​ຂອງ​ອັງກິດ​ເປັນ​ທະນາຄານ​​ພາຍ​ໃນຈຳກັດ (ຫຼື HSBS ​ແລະ Standards Chartered) ຢ່າງ​ເປັນ​ທາງ​ການ, ສືບ​ຕໍ່​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນມຸງ້​ໄປ​ເຖິງ​ການ​ສ້າງ​ຮູ​ບ​ແບບຮ່ວມ​ມື​​ລະຫວ່າງ​ລັດ ​ແລະ ​ເອກະ​ຊົນ​ໃຫ້​ແກ່​ຫວຽດນາມ. ກໍ່​ທີ່​ວາລະ​ປະຊຸມ​ນີ້, ຝ່າຍ​ຫວຽດນາມ​ເຫັນ​ດີ​ສືບ​ຕໍ່​ຄົ້ນ​ຄ້ວາ​ການ​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ການປະມູນ ​ໃຫ້​ແກ່​ບັນດາ​ໂຄງການ​ທົດ​ລ​ອງຮູ​ບ​ແບບ​ການ​ລົງທຶນ​ຮ່ວມ​ມືລະຫວ່າງ​ລັດ ​ແລະ ​ເອກະ​ຊົນ (ຫຼື PPP).​.​. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນຈະ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ວາລະ​ເຮັດ​ວຽກດ້ານ​ເຕັກນິກ​​ໃນແຕ່ລະ​ໄຕ​ມາດ ​ເພື່ອ​ຕີ​ລາຄາ​ບັນດາ​ໝາກຜົນ​ທີ່ບັນ​ລຸ​ໄດ້.

 

ຂ່າວ/ບົດ​ອື່ນ