ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

(VOVWORLD) -ຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ (1959 - 2019) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ

(ພາບ: VGP)

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ເນັ້ນໜັກວ່າ, ຫວຽດນາມ ພວມສ້າງຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ (2021 – 2030), ວິໄສທັດຮອດປີ 2045 ດ້ວຍຄວາມຫວັງຢາກນຳປະເທດໃຫ້ພັດທະນາຢ່າງວັດທະນາຖາວອນ, ທ່ານນາຍົກລັດຖະມົນຕີຖືວ່າ, ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ ກໍຄືມີການກະທຳຢ່າງເດັດດ່ຽວເພື່ອແນໃສ່ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ພິເສດແມ່ນເສີມຂະຫຍາຍຢ່າງແຮງແຫຼ່ງພູມປັນຍາ ແລະ ກຳລັງປະດິດຄິດສ້າງຂອງຊາວຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.

        “ພວກເຮົາຕ້ອງມີບາດກ້າວຫັນປ່ຽນທາງດ້ານຍຸດທະສາດ ເພື່ອຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາ, ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ສົມທົບກັບການພັດທະນາເຕັກໂນໂລຊີໃນບາງຂະແໜງການ, ຂົງເຂດໃໝ່ທີ່ມີທ່າແຮງ. ຕ້ອງກຳນົດວ່າ ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງແມ່ນພື້ນຖານເພື່ອຊຸກຍູ້ການພັດທະນາປະເທດຢ່າງວ່ອງໄວ ແລະ ໝັ້ນຄົງ… ນີ້ແມ່ນຄຳຮຽກຮ້ອງ, ຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຖັນແຖວພະນັກງານຄຸ້ມຄອງ ແລະ ພະນັກງານຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ”.

        ກ່ອນທີ່ຈະເຂົ້າຮ່ວມພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕັດແຖບຜ້າ ເປີດງານວາງສະແດງຜົນງານໄລຍະ 60 ປີຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ