ພິທີສະເຫລີມສະຫລອງ50ປີແຫ່ງວັນສ້າງຕັ້ງຂະແຫນງວຽກງານການເມືອງພາຍໃນ

ພິທີສະເຫລີມສະຫລອງ50ປີແຫ່ງວັນສ້າງຕັ້ງຂະແຫນງວຽກງານການເມືອງພາຍໃນ - ảnh 1
ພິ​ທີ​ມອບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ໃຫ້​ຄະ​ນະ​ວຽກ​ງານ​ການ​ເມືອງ
ພາຍ​ໃນ​ສູນ​ກາງ
ພາບ:thanhtra.com

(vovworld)- ​​ ຕອນ​ເຊົ້າ​ວັນ​ທີ 29/2 ຢູ​່ ຮ່າ​ໂນ້ຍ, ຄະ​ນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ (5/1/1966-5/1/2016). ເຂົ້າ​ຮ່ວມ​ພິ​ທີ ມີ​ທ່ານ​ ຫງວຽນ​ຟູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ ເລ​ຂາ​ຟຽວ, ທ່ານ​ນົງ​ດືກ​ແມ້ງ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ພ້ອມ​ດ້ວຍ​ບັນ​ດາ​ການ​ນຳ​ຂັ້ນ​ສູງ ພັກ, ລັດ, ສະ​ພາ​ແຫ່ງ​ຊາດ.

ເພື່ອ​ຮັບ​ປະ​ກັນ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ສຳ​ລັບ​ວຽກ​ງານ​ກໍ່​ສ້າ​ງ​ລັດ ແລະ ກົດ​ໝາຍ, ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປ​ະ​ເທດ​ຊາດ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ສ້າງ​ຕັ້ງ, ປັບ​ປຸງ ແລະ ບູ​ລະ​ນະ​ອົງ​ການ​ເສ​ນາ​ທິ​ການ​ຂອງ​ພັກ​ກ່ຽວ​ກັບ​ຂົງ​ເຂດ​ການ​ເມືອງ​ພາຍ​ໃນ.  ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ, ຄະ​ນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ ແລະ ຂະ​ແຫນງ​ວຽກ​ງານການ​ເມືອງພາຍ​ໃນ​ຂອງ​ພັກ ໄດ້​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສຳ​ເລັດ​ຫນ້າ​ທີ່​ວຽກ​ງານ​ເປັນ​ຢ່າງ​ດີ, ບັນ​ລຸ​ໝາກ​ຜົນ​ດີ​ສົມ​ຄວ​ນ​ຢ່າງ​ຮອບ​ດ້ານ​. ຄະ​ນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ ໄດ້​ເສ​ນາ​ທິ​ການ​ໃຫ້​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູ​ນ​ກາງ​ພັກ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຕ້ານ​ການ​ສ​ໍ​້​ລາດ​ບັງ​ຫລວງ, ເລັ່ງ​ລັດ ຍູ້​ໄວ​ລະ​ດັບ​ຄວາມ​ໄວ​ການ​ສືບ​ສວນ​ສອບ​ສວນ, ສັ່ງ​ຟ້ອງ, ພິ​ພາກ​ສາ​ບັນ​ດາ​ລາຍ​ຄະ​ດີ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສ​ໍ້​ລາດ​ບັງ​ຫລວງ.  ທີ່​ພິ​ທີ,

ທ່ານ ດີງ​ເທ​ຮີງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ໄດ້​ມອບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ໃຫ້​ຄະ​ນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ.

 

 

 

 

ຂ່າວ/ບົດ​ອື່ນ