ພິທີເຊັນແຜນການຮ່ວມ ມືດ້ານການສຶກສາ ຫວຽດນາມ-ລາວ


ພິທີເຊັນແຜນການຮ່ວມ ມືດ້ານການສຶກສາ ຫວຽດນາມ-ລາວ - ảnh 1

 (ພາບ: qdnd.vn)

(vovworld)- ຕອນບ່າຍວັນທີ 27/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ພິທີເຊັນ​ແຜນການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ປີ 2014 ລະຫວ່າງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ​ແລະ ກະຊວງ​ສຶກສາ​ທິການ-​ກິລາ​ລາວ ​ໃນ​ຂອບ​ເຂດ​ກອງ​ປະຊຸມ ຮ່ວມ​ມື​ດ້ານ​ການ​ສຶກສາ​ຫວຽດນາມ-​ລາວ 2013. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເຈິ່ງ​ກວາງ​ກຸຍ ຮອງ​ລັດຖະມົນຕີ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ​ແລະ ທ່ານ​ກອງ​ສີ ​ແສງ​ມະນີ ຮອງ​ລັດຖະມົນຕີ ກະຊວງ​ສຶກສາ​ທິການ-​ກິລາ​ລາວ. ຕາ​ເນື້ອ​ໃນ​ໄດ້​ຮັບ​ການ​ເຊັນ​ແລ້ວ, ຝ່າຍ​ຫວຽດນາມ ຮັບ​ພະນັກງານ, ນັກຮຽນ, ນັກ​ສຶກສາ, ນັກ​ສຳ​ມະ​ນາກ​ອນລາວ 405 ຄົນ, ຮັບ​ລູກ​ຫຼານ​ຊອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ​ໄປ​ຮຽນ​ໄລຍະ​ສັ້ນ ​ແລະ ຍາວ; ສືບ​ຕໍ່​ສົ່ງ​ອາຈານ 30 ຄົນ​ໄປ​ສອນ​ພາສາ​ຫວຽດ ​ໃຫ້​ພະນັກງານ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ນັກຮຽນ​ລາວ. ສ່ວນ​ຝ່າຍ​ລາວ​ຈະ​ສະຫງວນ​ທຶນ​ສຶກສາ 53 ທຶນ​ໃຫ້​ພະນັກງານ, ນັກຮຽນ​ຫວຽດນາມ ​ໄປ​ຮຽນ​ມະຫາວິທະຍາ​ໄລ, ​ເໜືອ​ມະຫາວິທະຍາ​ໄລ​ຂະ​ແໜງ​ວິທະຍາສາດ​ສັງຄົມ ​ແລະ ຍົກ​ສູງ​ລະດັບ​ຄວາມ​ຮູ້​ພາສາ​ລາວ​ໃນ​ເວລາ 1 ປີ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ວິ​ຊາ​ພາສາ​ຫວຽດ ​ເປັນ​ວິຊາ​ພາສາ​ຕ່າງປະ​ເທດ​ເຂົ້າ​ໃນຫຼັກສູດ​ຢູ່​ບັນດາ​ໂຮງຮຽນ​ສາມັນ​ຂອງ​ລາວ, ບັນດາ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໂດຍ​ຫວຽດນາມ​ຊ່ວຍ​ກໍ່ສ້າງ ​ແລະ ບັນດາ​ໂຮງຮຽນ​ສາມັນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ./.

ຂ່າວ/ບົດ​ອື່ນ