ພິທີໄຂງານບຸນວິຫານເຈິ່ນ - ນາມດິ້ງ 2019

(VOVWORLD) -ຄ່ຳຄືນວັນທີ 18 ກຸມພາ (ກົງກັບວັນທີ 14 ເດືອນຈຽງ), ພິທີໄຂງານບຸນວິຫານເຈິ່ນ ລະບູບານໃໝ່ປີກຸນ 2019 ຖືກດຳເນີນຢູ່ເຂດປູຊະນີຍະສະຖານວັດທະນະທຳ ວິຫານ ເຈິ່ນ, ນະຄອນ ນາມດິ້ງ, ແຂວງ ນາມດິ້ງ. ມີປະຊາຊົນ, ນັກທ່ອງທ່ຽວນັບແສນຄົນໄດ້ເຂົ້າຮ່ວມພິທີໄຂງານບຸນ.
ພິທີໄຂງານບຸນວິຫານເຈິ່ນ - ນາມດິ້ງ 2019 - ảnh 1 (ມີປະຊາຊົນ, ນັກທ່ອງທ່ຽວນັບແສນຄົນໄດ້ເຂົ້າຮ່ວມພິທີໄຂງານບຸນ)

ໃນເວລາ 22 ໂມງ 45 ນາທີ, ພິທີໄຂງານບຸນວິຫານເຈິ່ນ ໄດ້ດຳເນີນພິທີຖະຫວາຍທູບທຽນ, ຫຼັງຈາກນັ້ນແມ່ນພິທີແຫ່ວໍ. ບັນດາພິທີກຳໄດ້ປະຕິບັດຕາມມູນເຊື້ອ ດ້ວຍການເຂົ້າຮ່ວມຂອງຜູ້ເຖົ້າຜູ້ແກ່ - ບັນດາຜູ້ທີ່ມີອິດທິພົນຊື່ສຽງໃນວົງຕະກຸນເຈິ່ນ. ພາຍຫຼັງສິ້ນສຸດພິທີໄຂງານບຸນ, ວິຫານ ເຈິ່ນ ກໍ່ໄດ້ເລີ່ມເປີດປະຕູເພື່ອໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າໄປບູຊາຍາມຕົ້ນປີໃໝ່. ນັບແຕ່ເວລາ 5 ໂມງ ວັນທີ 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ຄະນະຈັດຕັ້ງໄດ້ແຈກໃບກາປະທັບວິຫານເຈິ່ນ ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວທີ່ມາຈາກທຸກແຖບຖິ່ນ.

        ແລະກໍ່ໃນຄ່ຳຄືນວັນດຽວກັນ, ຢູ່ເຂດມໍລະດົກລະດັບຊາດ ວິຫານ ເຈິ່ນເທືອງ, ຕາແສງ ເຍີນດ້າວ, ເມືອງ ລິ໊ເຍີນ, ແຂວງຮ່ານາມ ກໍ່ໄດ້ຈັດງານບຸນແຈກຢາຍທັນຍາຫານພະອໍລະຫັນ ເຈິ່ນ, ວິຫານ ເຈິ່ນເທືອງ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ