ພົນເອກເຈີນດ້າຍກວາງຕ້ອນຮັບຄະນະກຳມາທິການວຽກງານການທະຫານສະພາສູງອາເມລິກາ

ພົນເອກເຈີນດ້າຍກວາງຕ້ອນຮັບຄະນະກຳມາທິການວຽກງານການທະຫານສະພາສູງອາເມລິກາ - ảnh 1
(ທ່ານພົນ​ເອກ ​ເຈີ​ນດ້າຍ​ກວາງ ຕ້ອນຮັບ
ຄະນະ​ກຳມາ​ທິການ​ວຽກ​ງານ​ການ​ທະຫານ​ສະພາ​ສູງ​ອາ​ເມ​ລິ​ກາ)


​(vovworld) - ວັນ​ທີ 28/05, ຢູ່​ຮ່າ​ໂນ້ຍ, ທ່ານພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ກຳມາ​ທິການ​ວຽກ​ງານ​ການ​ທະຫານ​ສະພາ​ສູງ​ອາ​ເມ​ລິ​ກາ ​ໂດຍ​ທ່ານ​ສະມາຊິກ​ສະພາ​ແຫ່ງ​ຊາດ John McCain, ປະທານ​ກຳມາ​ທິການ​ວຽກ​ງານ​ການ​ທະຫານ​ສະພາ​ສູງ​ອາ​ເມ​ລິ​ກາ ນຳ​ໜ້າ, ທີ່ພວມ​ຢ້ຽມຢາມ ​ແລະ ​​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ເອກ ​ເຈີ​ນດ້າຍ​ກວາງ ປາດ​ຖະໜາ​ວ່າ, ກຳມາ​ທິການ​ວຽກ​ງານ​ການ​ທະຫານ​ສະພາ​ສູງ​ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ທ່ານ John McCain ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ລະອຽດ, ​ແທດ​ຈິງ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ​ໃຫ​້​ເໝາະ​ສົມກັບ​ຄວາມ​ສາມາດ​ບົ່ມຊ້ອນ, ການ​ພົວພັນ​ຄູ່ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ພົນ​ເອກ ​ເຈີ​ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ່​ກຳນົດ​ບັນດາ​ຄຸນຄ່າ​ປະຊາທິປະ​ໄຕ, ສິດທິ​ມະນຸດ​ແມ່ນ​ຄາດໝາຍ, ໜ້າ​ທີ່​ສຳຄັນ​ໃນ​ການ​ສ້າງ​ສັງຄົມ​ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ ​ແລະ ​ເຄົາລົບ​ສິດ​ຂອງ​ມະນຸດ.

        ສ່ວນ​ທ່ານສະມາຊິກ​ສະພາ​ສູງ John McCain ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ໄດ້​ສະ​​ແດງ​ຄວາມ​ວິ​ຕົກ​ກັງວົນ​​ບັນຫາ​ຄວາມ​ສະຫງົບ, ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ ​ແລະ ບັນດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນຫວ່າງ​ແລ້ວນີ້​ຢູ່​​ເຂດທ​ະ​ເລ​ຕາ​ເວັນ​ອອກ ​ແລະ ຢືນຢັນ​ສືບ​ຕໍ່​ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ກັນໂດຍສັນຕິ​ວິທີ, ບົນ​ພື້ນຖານ​ເຄົາ​ກົໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982.

ຂ່າວ/ບົດ​ອື່ນ