ພົບປະແລກປ່ຽນນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ບຸນ Chol Chnam Thmay ຂອງລາຊະອານາຈັກ ກຳປູເຈຍ, ຕອນຄ່ຳວັນທີ 11 ເມສາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ພົບປະແລກປ່ຽນນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ - ảnh 1 ລາຍການສະແດງສິລະປະຂອງນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ (ພາບ: TTXVN)

ລາຍການລວມມີບັນດາລາຍການພົບປະແລກປ່ຽນສິລະປະ ສະແດງໃຫ້ເຫັນຈຸດຄວາມງາມດ້ານວັດທະນະທຳຂອງແຕ່ລະປະເທດ; ນັກສຶກສາ 3 ປະເທດພ້ອມກັນປະຕິບັດບັນດາພິທີການທີ່ເປັນມູນເຊື້ອໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນ ລາວ, ກຳປູເຈຍ ດ້ວຍຄວາມປາດຖະໜາຢາກນຳມາເຊິ່ງຄວາມໂຊກດີມີໄຊ, ຄວາມຜາສຸກໃຫ້ແກ່ທຸກຄົນ.

        ເຂົ້າຮ່ວມເຫດການດັ່ງກ່າວ, ທ່ານ ຫງວຽນຫຶວຮຽບ ຫົວໜ້າຄະນະຂົນຂວາຍປະຊາຊົນຄະນະພັກນະຄອນ ໂຮ່ຈີມິນ ຢືນຢັນວ່າ: ການນຳນະຄອນ ໂຮ່ຈີມິນ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ; ຈັດຕັ້ງບັນດາລາຍການພົບປະແລກປ່ຽນລະຫວ່າງນັກສຶກສາ 3 ປະເທດ. ແລະ ເນັ້ນໜັກວ່າ ບັນດານັກສຶກສາແມ່ນປະຖົມປັດໄຈຕັ້ງໜ້າປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈຜູກພັນກັນຢ່າງສະໜິດແໜ້ນຂອງປະຊາຊົນກ່ວາອີກ, ການນຳນະຄອນເຊື່ອໝັ້ນວ່າ ພວກເພື່ອນຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງສາປະເທດຊາດໃຫ້ເຂັ້ມແຂງຮັ່ງມີ ແລະ ວັດທະນາຖາວອນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມ ອາຊຽນ ສັນຕິພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ