ພວກກໍ່ການຮ້າຍທີ່ເຮັດໃຫ້ຊາວຫວຽດນາມ2ຄົນເສຍຊີວິດຕ້ອງຖືກລົງໂທດຢ່າງສົມເຫດສົມຜົນ

(VOVWORLD) -ຕໍ່ກັບເລື່ອງຊາວຫວຽດນາມ 2 ຄົນຖືກກຸ່ມກໍ່ການຮ້າຍ Abu Sayyaf ສັງຫານ ຢູ່ຟິລິບປີນ. ວັນທີ 06 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

ພວກກໍ່ການຮ້າຍທີ່ເຮັດໃຫ້ຊາວຫວຽດນາມ2ຄົນເສຍຊີວິດຕ້ອງຖືກລົງໂທດຢ່າງສົມເຫດສົມຜົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ: TTXVN)

ຂ້າພະເຈົ້າມີຄວາມເສົ້າສະຫຼົດໃຈ ແລະ ໂກດແຄ້ນເມື່ອໄດ້ຮັບຂ່າວວ່າ, ພົນລະເມືອງຫວຽດນາມ 2 ຄົນ ຖືກພວກກໍ່ການຮ້າຍລອບຈັບຕົວ ແລະ ສັງຫານຢ່າງໂຫດຮ້າຍປ່າເຖື່ອນ. ບັນດາພວກກໍ່ການຮ້າຍທີ່ເຮັດໃຫ້ພົນລະເມືອງຫວຽດນາມ 2 ຄົນເສຍຊີວິດ ຕ້ອງຖືກລົດໂທດຢ່າງສົມເຫດສົມຜົນ. ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງບັນດາຜູ້ປະສົບເຄາະຮ້າຍ. ປະຊາຄົມສາກົນຈົ່ງສາມັກຄີ, ຮ່ວມແຮງຮ່ວມໃຈກັນຕ້ານຄືນລັດທິກໍ່ການຮ້າຍ ເພື່ອຄວາມສະຫງົບສຸກຂອງມະນຸດ, ເພື່ອໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ