ມີຊາວອັງກິດກວ່າ 2 ລ້ານຄົນ ຮຽກຮ້ອງດຳເນີນການລົງປະຊາມະຕິຄັ້ງທີ2

ມີຊາວອັງກິດກວ່າ 2 ລ້ານຄົນ ຮຽກຮ້ອງດຳເນີນການລົງປະຊາມະຕິຄັ້ງທີ2 - ảnh 1
ຊາວ​ອັງ​ກິດກວ່າ 2 ລ້ານ​ຄົນ​ຮຽກ​ຮ້ອງ​ການ​ລົງ​ປະ​ຊາ​ມະ​ຕິ​ຄັ້ງ​ທີ 2
ພາບ: The Independent

(vovworld)- ວັນ​ທີ 25/6, ພາຍ​ຫລັງ​ 2 ມື້​ທີ່​ດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິ  ດ້ວຍ​ໝາກ​ຜົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ ສ່ວນ​ຫລາຍ​ສະ​ຫນັບ​ສະ​ຫນູນ​ປະ​ເທດນີ້ ອອກ​ຈາກ EU, ມີ ຊາວ​ອັງ​ກິດ ກວ່າ 2 ລ້ານ​ຄົນ​ໄດ້​ລົງ​​ລາຍ​ເຊັນ​ເຂົ້າ​ໃນ​ໃບ​ສະ​ເຫນີ ຈັດ​ຕັ້ງ​ການ​ລົງ​ປະ​ຊາ​ມະ​ຕິ​ຄັ້ງ​ທີ 2. ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ວັນ​ທີ 23/6 ຜ່ານ​ມາ, ອັດ​ຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອັງ​ກິດ ເຂົ້າ​ຮ່ວມ​ການ​ປ່ອນ​ບັດ ແມ່ນ 72,2% ແລະ ຝ່າຍ​ສະ​ຫນັບ​ສະ​ຫນູນ Brexit ພຽງ​ຍາດ​ໄດ້ 51,9% ຈຳ​ນວນ​ບັດ​ສະ​ຫນັບ​ສະ​ຫນູນ. ນີ້​ແມ່ນ​ໃບ​ສະ​ເຫນີ​ດຶງ​ດູດ​ລາຍ​ເຊັນ​ໄດ້​ຫລາຍ​ສຸດ​ເມື່ອ​ທຽບ​ໃສ່​ໃນ​ບໍ່​ວ່າ​ໃບ​ສະ​ເຫນີ​ໃດ​ທາງ​ອິນ​ເຕີ​ແນດ​ຂອງ ສະ​ພາ​ແຫ່ງ​ຊາດ ອັງ​ກິດ. ຕາມ​ການ​ກຳ​ນົດ, ເມື່ອ​ໃບ​ສະ​ເຫນີ​ເກັບ​ກຳ​ໄດ້​ກວ່າ 100.000 ລາຍ​ເຊັນ, ອົງ​ການ​​ນິ​ຕິ​ບັນ​ຍັດ ອັງ​ກິດ ຈະ​ຄິດ​ໄລ່​ຊັ່ງ​ຊາດຳ​ເນີນ​ການ​ປຶກ​ສາ​ຫາ​ລື.

ຕອບກັບ

ຂ່າວ/ບົດ​ອື່ນ