ມີນັກທ່ອງທ່ຽວພາຍໃນແລະຕ່າງປະເທດເກືອບ120.000ຄົນເຂົ້າຮ່ວມລາຍການ”ຄວາມຊົງຈຳກ່ຽວກັບຮ່າໂນ້ຍ

 ມີນັກທ່ອງທ່ຽວພາຍໃນແລະຕ່າງປະເທດເກືອບ120.000ຄົນເຂົ້າຮ່ວມລາຍການ”ຄວາມຊົງຈຳກ່ຽວກັບຮ່າໂນ້ຍ - ảnh 1
ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຮ່າ​ໂນ​້ຍ

(vovworld)- ​ ​​ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງ​ປະ​ເທ​ດ​ເກືອບ 120.000 ຄົນ, ໃນ​ນັ້ນ ນັ​ັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 5000 ຄົນ ໄດ້​ເຂົ້າ​ຮ່ວມ​ລາຍ​ການ “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຮ່າ​ໂນ​້ຍ” ຊື່ງ​ຖືກ​ດຳ​ເນີນ​ໄປ​ຢູ່ ພະ​ລາດ​ຊະ​ວັງ ທັງລອງ. ນີ້​ແມ່ນ​ຂໍ້​ມູນ​ຂ່າ ໂດຍ​ພະ​ແນກ​ວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍປະ​ກາດ​ທີ່​ການ​ສະ​ຫລຸບ​ລາຍ​ການ ຊື່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 4/1. ໂດຍ​ຈັດ​ຂຶ້ນ​ໃນ​ເວ​ລາ 5 ວັນ, ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ, ລາຍ​ການ “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຮ່າ​ໂນ້ຍ” ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ບັນ​ດາ​ລາຍ​ການ​ຕ້ອນ​ຮັບ​ປີ​ໃຫມ່ 2016 ຢູ່ ບໍ​ລິ​ເວນ​ຮ່າ​ໂນ້ຍ ຊື່ງ​ໄດ້​ຮັບ​ການ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ຈາກມວນ​ຊົນ. ຕາມ​ພະ​ແນກ​ວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍ ໄດ້​ຮັບ​ການ​ຈັດ​ຕັ້ງ ເພື່ອ​ແນ​ໃສ​່​ສ້າງ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ມີ​ລັກ​ສະ​ນະ​ເປັນ​ພິ​ເສດ​ສະ​ເພາະ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ນະ​ຄອນ​ຫລວງ.

ຂ່າວ/ບົດ​ອື່ນ