ມູນຄ່າເຄື່ອງໝາຍແຫ່ງຊາດຂອງຫວຽດນາມ ເພີ່ມຂຶ້ນຕື່ມອີກ 12 ຕື້ USD

(VOVWORLD) -  ມູນຄ່່າເຄື່ອງໝາຍແຫ່ງຊາດຂອງຫວຽດນາມ ປີ 2019 ເພີ່ມຂຶ້ນຕື່ມອີກ 12 ຕື້ USD ເມື່ອທຽບໃສ່ປີ 2018, ບັນລຸ 247 ຕື້ USD. ນັ້ນແມ່ນການຕີລາຄາຈາກອົງການຈັດອັນດັບ Brand Finance .

        ເປັນອັນວ່າ ຫວຽດນາມ ໄດ້ເລື່ອນຂັ້ນມາຢູ່ອັນດັບທີ 42 ໃນ Top ບັນດາເຄື່ອງໝາຍທີ່ເຂັ້ມແຂງທີ່ສຸດໃນໂລກ, ເລື່ອນຂຶ້ນ 1 ຂັ້ນ ເມື່ອທຽບໃສ່ປີ 2018. ໄລ່ລວມໃນຮອບເວລາ 3 ປີ ຜ່ານມາ, ມູນຄ່າເຄື່ອງໝາຍແຫ່ງຊາດຂອງຫວຽດນາມ ເພີ່ມຂຶ້ນຕື່ມອີກ 8 ຂັ້ນ.

        ບັນດາປັດໄຈທີ່ໄດ້ນໍາມາຄິດໄລ່ ລວມມີ ມູນຄ່າເຄື່ອງໝາຍຂອງຜະລິດຕະພັນ ແລະ ເຄື່ອງໝາຍຂອງບັນດາບໍລິສັດໃຫຍ່ໃນພື້ນຖານເສດຖະກິດ; ພ້ອມກັນນັ້ນ ແມ່ນລະດັບການປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຂອງລັດຖະບານ ແລະ ບັນດາການຄາດຄະເນລະດັບການເຕີບໂຕ GDP, ການເຕີບໂຕການນໍາເຂົ້າ-ສົ່ງອອກຂອງຫວຽດນາມ ໃນຈຸດເວລາທີ່ມີຄວາມຕັ້ງໜ້າທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ