ມີນາຍທະຫານ ຫວຽດນາມ ຕື່ມອີກ 1 ຄົນໄດ້ຮັບເຂົ້າເຮັດວຽກຢູ່ສຳນັກງານສປຊ

(VOVWORLD) - ທ່ານພັນໂທ ເຈືອງແອັງຕວັນ, ແມ່ນນາຍທະຫານຜູ້ທີ 4 ຂອງກອງທັບປະຊາຊົນ ຫວຽດນາມ ແລະ ແມ່ນພະນັກງານຜູ້ທີ 5 ຂອງ ຫວຽດນາມ ໄດ້ຮັບເຂົ້າເຮັດວຽກຢູ່ສຳນັກງານສະຫະປະຊາຊາດ.
ມີນາຍທະຫານ ຫວຽດນາມ ຕື່ມອີກ 1 ຄົນໄດ້ຮັບເຂົ້າເຮັດວຽກຢູ່ສຳນັກງານສປຊ - ảnh 1ທ່ານພັນໂທ ເຈືອງແອັງຕວັນ
(ພາບ: TTXVN)

        ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວາງຊວັນຈຽນ ໄດ້ມອບຂໍ້ຕົກລົງຂອງປະທານປະເທດໃຫ້ນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ສຳນັກງານສະຫະປະຊາຊາດ.

        ທີ່ພິທີ, ທ່ານພັນໂທ ເຈືອງແອັງຕວັນ, ຮອງຜູ້ບັນຊາການໃຫຍ່ສູນຝຶກແອບ, ຂຶ້ນກັບກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ ຫວຽດນາມ), ໄດ້ຮັບຂໍ້ຕົກລົງໄປປະຕິບັດໜ້າທີ່ຮັກສາສັນຕິພາບ, ດຳລົງຕຳແໜ່ງນາຍທະຫານວຽກງານການທະຫານ, ຫ້ອງການບັນດາບັນຫາວຽກງານການທະຫານ, ກົມຮັກສາສັນຕິພາບ ຢູ່ສຳນັກງານສະຫະປະຊາຊາດ (ທີ່ ນິວຢອກ, ອາເມລິກາ).

        ທ່ານພັນໂທ ເຈືອງແອັງຕວັນ, ແມ່ນນາຍທະຫານຜູ້ທີ 4 ຂອງກອງທັບປະຊາຊົນ ຫວຽດນາມ ແລະ ແມ່ນພະນັກງານຜູ້ທີ 5 ຂອງ ຫວຽດນາມ ໄດ້ຮັບເຂົ້າເຮັດວຽກຢູ່ສຳນັກງານສະຫະປະຊາຊາດ. ຜ່ານ 193 ປະເທດຮັບສະໜັກເລືອກຕັ້ງ, ພັນໂທ ເຈືອງແອັງຕວັນ ໄດ້ຄັດເລືອກ (ພ້ອມກັບ ປາກິດສະຖານ) ເຂົ້າມາປະຕິບັດວຽກງານການທະຫານ. ມາຮອດປະຈຸບັນ,  ຫວຽດນາມ ໄດ້ຈັດສົ່ງພະນັກງານ, ພາລະກອນຂຶ້ນກັບກຳລັງກອງທັບ ແລະ ຕຳຫຼວດກວ່າ 800 ເທື່ອຄົນ ຜັນຂະຫຍາຍຕາມຮູບແບບສ່ວນຕົວ ແລະ ກົມກອງຢູ່ 3 ຄະນະປະຕິບັດງານ ແລະ ສຳນັກງານສະຫະປະຊາຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ