ມອບທຶນການສຶກສາ ຈໍານວນ 200 ທຶນໃຫ້ແກ່ນັກສຶກສາຄົນໃໝ່ທີ່ທຸກຍາກ ຢູ່ ທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ

(VOVWORLD) -“ໂຄງການຈະບໍ່ປະໃຫ້ນັກຮຽນເກັ່ງຜູ້ໃດ, ທີ່ມີຄວາມມານະພະຍາຍາມຜ່ານ ຜ່າຄວາມທຸກຍາກ ເຊິ່ງເສັງເຂົ້າມະຫາວິທະຍາໄລໄດ້ ແຕ່ຍ້ອນຄວາມທຸກຍາກ ຕ້ອງປະລະຄວາມໃຝ່ຝັນໃນການເຂົ້າຮຽນມະຫາວິທະຍາໄລຂອງຕົນ”

ມອບທຶນການສຶກສາ ຈໍານວນ  200 ທຶນໃຫ້ແກ່ນັກສຶກສາຄົນໃໝ່ທີ່ທຸກຍາກ ຢູ່ ທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ - ảnh 1 ພິທີມອບທຶນການສຶກສາ “ຕໍ່ກໍາລັງແຮງເພື່ອຊ່ວຍເຫຼືອພວກນ້ອງນັກສຶກສາໄປໂຮງຮຽນ” 

(ພາບ: TTXVN)

ຕອນຄໍ່າວັນທີ 16 ກັນຍາ, ຢູ່ແຂວງເກີນເທີ, ໜັງສືພິມ Tuoi Tre (ແປວ່າ  ໄວໜຸ່ມ) ໄດ້ສົມທົບກັບຄະນະຊາວໜຸ່່ມແຂວງເກີນເທີ ຂອງຫວຽດນາມ ຈັດພິທີມອບທຶນການສຶກສາ “ຕໍ່ກໍາລັງແຮງເພື່ອຊ່ວຍເຫຼືອພວກນ້ອງນັກສຶກສາໄປໂຮງຮຽນ” ໃຫ້ແກ່ ນັກສຶກສາໃໝ່ຈໍານວນ 219 ຄົນ ທີ່ທຸກຍາກແຕ່ຮຽນເກັ່ງ ຂອງ 11 ແຂວງ, ນະຄອນ ຢູ່ທົ່ງພຽງແມ່ນໍ້າທາງພາກໃຕ້ຂອງຫວຽດນາມ, ດ້ວຍຈໍານວນເງິນກວ່່າ 2,2 ຕື້ດົ່ງ.

        ດ້ວຍສານທີ່ວ່າ “ໂຄງການຈະບໍ່ປະໃຫ້ນັກຮຽນເກັ່ງຜູ້ໃດ, ທີ່ມີຄວາມມານະພະຍາຍາມຜ່ານ ຜ່າຄວາມທຸກຍາກ ເຊິ່ງເສັງເຂົ້າມະຫາວິທະຍາໄລໄດ້ ແຕ່ຍ້ອນຄວາມທຸກຍາກ ຕ້ອງປະລະຄວາມໃຝ່ຝັນໃນການເຂົ້າຮຽນມະຫາວິທະຍາໄລຂອງຕົນ”, ຜ່ານ 15 ປີແຫ່ງການປະຕິບັດ, ທຶນ “ຕໍ່ກໍາລັງແຮງຊ່ວຍເຫຼືອພວກນັກສຶກສາໄປໂຮງຮຽນ” ໄດ້ໜູນຊ່ວຍ 16.500 ທຶນໃຫ້ແກ່ນັກສຶກສາຄົນໃໝ່ທີ່ທຸກຍາກ ໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ ດ້ວຍຈໍານວນເງິນກວ່າ 95 ຕື້ດົ່ງ. ປີນີ້, ຄະນະຈັດຕັ້ງ ໄດ້ພິຈາລະລາມອບທຶນການສຶກສາໃຫ້ນັກສຶກສາໃໝ່ທີ່ທຸກຍາກກວ່າ 1.350 ຄົນ ໃນທົ່ວປະເທດ, ລວມມູນຄ່່າກວ່າ 15,5 ຕື້ດົ່ງ.

        ຈາກໂຄງການດັ່ງກ່າວ, ມີນັກສຶກສາຫຼາຍຄົນ ໄດ້ຜ່ານຜ່າຄວາມທຸກຍາກ, ເຕີບໃຫຍ່ ແລະ ປະສົບຜົນສໍາເລັດໃນການດໍາລົງຊິວິດ, ກາຍເປັນຄົນມີປະໂຫຍດຕໍ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ