ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ຄັ້ງທີ 11

(VOVWORLD) -ຄະນະຈັດຕັ້ງໄດ້ມອບ 16 ລາງວັນໃຫ້ແກ່ຜູ້ຂຽນທີ່ດີເດັ່ນ. ໃນນັ້ນ, ຜູ້ຂຽນ ຫງວຽນຮົ່ງຫາຍ (ໜັງສືພິມ ກວນໂດ້ຍເຍິນເຢິນ) ໄດ້ຮັບລາງວັນທີ 1 ດ້ວຍບົດຂຽນທີ່ມີຊື່ວ່າ “ເພິ່ນບໍ່ຢາກເວົ້າກ່ຽວກັບຕົນເອງ”.

ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ຄັ້ງທີ 11 - ảnh 1ພີທີມອບລາງວັນ

(ພາບ: congluan.vn)

ຕອນຄ່ຳວັນທີ 05 ມິຖຸນາ, ຢູ່່ຮ່າໂນ້ຍ, ໜັງສືພິມ ກວນໂດ້ຍເຍິນເຢິນ (ກອງທັບປະຊາຊົນ) ໄດ້ສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຈັດພີທີສະຫຼຸບ ແລະ ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ຄັ້ງທີ 11; ປຸກລະດົມການເສັງຂຽນຄັ້ງທີ 12 ແລະ ລາຍການສະແດງສິລະປະດ້ວຍຫົວຂໍ້ “ປະຕິບັດຕາມແບບຢ່າງຂອງລຸງໂຮ່”.

        ທີ່ພິທີ, ຄະນະຈັດຕັ້ງໄດ້ມອບ 16 ລາງວັນໃຫ້ແກ່ຜູ້ຂຽນທີ່ດີເດັ່ນ. ໃນນັ້ນ, ຜູ້ຂຽນ ຫງວຽນຮົ່ງຫາຍ (ໜັງສືພິມ ກວນໂດ້ຍເຍິນເຢິນ) ໄດ້ຮັບລາງວັນທີ 1 ດ້ວຍບົດຂຽນທີ່ມີຊື່ວ່າ “ເພິ່ນບໍ່ຢາກເວົ້າກ່ຽວກັບຕົນເອງ”.

        ເນື່ອງໃນໂອກາດນີ້, ການເສັງຂຽນຄັ້ງທີ 12 (2020 – 2021) ສືບຕໍ່ໄດ້ຮັບການປຸກລະດົມຕາມທິດເປີດກວ້າງເປົ້າໝາຍ, ຜູ້ໄດ້ຮັບການສ່ອງແສງ; ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນທີ່ເປັນແບບຢ່າງໃນການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈີມິນ…

ຕອບກັບ

ຂ່າວ/ບົດ​ອື່ນ