ມອບລາງວັນການແຂ່ງຂັນຊ່ວງເຮືອໃບອ້ອມຮອບໂລກໄລຍະທາງ “ດາຫນັງ-ການຄົ້ນຫາໃຫມ່ຂອງອາຊີ”

ມອບລາງວັນການແຂ່ງຂັນຊ່ວງເຮືອໃບອ້ອມຮອບໂລກໄລຍະທາງ “ດາຫນັງ-ການຄົ້ນຫາໃຫມ່ຂອງອາຊີ” - ảnh 1
ພິ​ທີ​ມອບ​ລາງວັນ​ການ​ແຂ່ງ​ຂັນ​ຊ່ວງ​ເຮືອ​ໃບ
ພາບ:nhandan.com

 (vovworld)- ຕອນ​ຄ່ຳ​ວັນ​ທີ 22/2, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ດາ​ຫນັງ ໄດ້​ສົ​ມ​ທົບ​ກັບ​ຄະ​ນະ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ຊ່ວງ​ເຮືອ​ໃບ​ອ​ອ້ມ​ຮອບ​ໂລກ (Clippper Race 2015-2016) ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ໄລ​ຍະທາງ​ທີ 7 “ດາ​ຫນັງ - ການຄ​ົ້ນ​ຫາ​ໃຫມ່​ຢູ່ ອາ​ຊີ”. ນີ້​ແມ່ນ​ໄລ​ຍະ​ທາງ​ທີ 7 ໃນ​ຍອດ​ຈຳ​ນວນ 14 ໄລ​ຍະ​ທາງ​ຂອງ Clippper Race 2015-2016. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ​ຫນຶ່ງ​ໃຫ້ ​ທິມ Derry Londonderry Doire ມ​າ​ຈາກ ໄອ​ແລນ​ເຫນືອ, ທິມ Garmin ແມ່ນ​ໄດ້​ຮັບ​ລາງວັນທີ 2, ກອງ GREAT Britain ແມ່​ນ​​ໄດ້​ຮັບ​ລາງວັນ​ທີ 3. ທິມ ເຮືອ​ໃບ ດ​າ​ຫນັງ ຂອງ​ຫວຽດ​ນາມ ໄດ້​ຮັບ​ລາງວັນ​ທີ 6. ​ທ່ານ ດັ້ງ​ຫວຽດ​ຢູງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ດາ​ຫນັງ ໃຫ້​ຮ້​ູ​ວ່າ:

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ການ​ແຂ່ງ​ຂັນ​ຊ່ວງ​ເຮືອ​ໃບ Clipper ດ້ວຍ​ຂອບ​ຂະ​ຫນາດ​ທົ່ວ​ໂລກ ໄປ​ຜ່ານ 14 ທ່າ​ກຳ​ປັ່ນ ໃນ 6 ທະ​ວີບ​ແຕກ​ຕ່າງ​ກັນ ແລະ ການ​ມີ​ຫນ້າ​ຂອງ​ພວກ​ເພື່ອນ​ຢູ່ ນະ​ຄອນ ດາ​ຫນັງ ບໍ່​ພຽງ​ແຕ່​ຊ່ວຍ​ໂຄ​ສະ​ນາພາບ​ພົດ​ຂອງ​ນະ​ຄອນ ດາ​ຫນັງ ເທົ່າ​ນັ້ນ ຫາກ​ນັບ​ທັງ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາ​ວ​ຫວຽດ​ນາມ​ອີກ​ດ້ວຍ. ການ​ເຂົ້າ​ຮ່ວມ​ຂອງ​ທິມເຮືອ​ໃບ​ນະ​ຄອນ​ດາ​ຫນັງ ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ຫນາ​ຂອງ​ປະ​ເທດ​ຫວຽດ​ນາມ ແມ່ນ​ຢາກ​ໄດ້​ເຊື່ອມ​ຕໍ່ ແລະ ພົວ​ພັນ​ກັບ​ໂລກ ດ້ວຍ​ນ້ຳ​ໃ​ຈ​ສັນ​ຕິ​ພາບ, ມິດ​ຕະ​ພາບ ພ້ອມ​ກັນ​ເປ​ີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ ແລະ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ.”

        ການ​ແຂ່ງ​ຂັນ​ຊ່ວງ​ເຮືອ​ໃບ​ດັ່ງ​ກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ທົດ​ສອບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ໂລກ. ດ້ວຍ​ໄລ​ຍະ​ທາງ​ຍາວ​ປະ​ມານ 40.000 ໄມ​ທະ​ເລ ແລະ ​ໃຊ້​ເວ​ລາ​ໃນ​ເກືອບ​ຫນຶ່​ງ​ປີ, ການ​ແຂ່ງ​ຂັນ​ລວມ​ມີ 12 ​ທິມ ແລະ ເລີ່ມ​ຕົ້ນ​ຈາກ​ທ່າ​ເຮືອ St Katharine Dock ລອນດອນ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 30/8/2015 ແລະ ຈະ​ກັບ​ຄືນ​ເມືອ ລອນດອນ ໃນ​ວັນ​ທີ 31/7/2016.

 

 

 

 

 

 

ຂ່າວ/ບົດ​ອື່ນ