ມອບສົ່ງຊາວປະມົງ ຟິລິບປິນ ຮັບເຄາະຮ້າຍໃຫ້ແກ່ສະຖານທູດ ຟິລິບປິນ

ມອບສົ່ງຊາວປະມົງ ຟິລິບປິນ ຮັບເຄາະຮ້າຍໃຫ້ແກ່ສະຖານທູດ ຟິລິບປິນ - ảnh 1
ມອບສົ່ງ​ຊາວ​ປະມົງ ຟິລິບ​ປິນ 5 ຄົນ​ໃຫ້​ສະຖານທູດ ຟີ​ລິບ​ປິນ ປະຈຳ ຫວຽດນາມ
(ພາບ: baokhanhhoa.com.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 31/1, ຢູ່​ນະຄອນ ຍາ​ຈາງ, ກອງ​ບັນຊາ​ການ​ທະຫານປ້ອງ​ກັນ​ຊາຍ​ແດນ ​ແຂ​ວງ ​ແຄງ​ຮ່ວາ ​ໄດ​້ມອບສົ່ງ​ຊາວ​ປະມົງ ຟິລິບ​ປິນ 5 ຄົນ ​ຊຶ່ງ​ໄດ້​ຮັບ​ການ​ກອບ​ກູ້​ເອົາ​ຊີວິດ​ຈາກ​ຊາວ​ປະມົງ​​ແຂວງ​ແຄງ​ຮ່ວາ ​ເມື່ອ​ຖືກ​ປະສົບ​ເຄາະ​ຮ້າຍ​ຢູ່​ທະ​ເລ ​ເຈື່ອງ​ຊາ ​ໃຫ້​ສະຖານທູດ ຟີ​ລິບ​ປິນ ປະຈຳ ຫວຽດນາມ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 26/12/2012, ກຳ​ປັ່ນ​ຫາ​ປາ PY 96039 TS ຂອງ​ທ່ານ ຫງວຽນ​ວັນ​ຮຽບ ຢູ່​ແຂວງ ຟູ໋ອຽນ ພວມ​ຫາ​ປາທູ​ນາ ຢູ່​ເຂດ​ທະ​ເລ ​ເຈື່ອງ​ຊາ, ​ແຂວງ​ແຄງ​ຮ່ວາ ​ໄດ້​ພົບ​ເຫັນ​ກຳ​່ປັ່ນ​ຫາ​ປາ ຟິລິບ​ປິນລຳ​ໜຶ່ງ ພວມ ຮັບ​ເຄາະ​ຮ້າຍບົນ​ທະ​ເລ, ​ໃນ​ກຳປັ່ນ​ລຳ​ດັ່ງກ່າວ​ມີ​ຊາວ​ປະມົງ 5 ຄົນ. ວັນ​ທີ 19/1 ຜ່ານ​ມາ, ທ່ານ ຫງວຽນ​ວັນ​ຮຽບ ​ໄດ້​ນຳ​ຊາວ​ປະມົງ ຟິລິບ​ປິນ 5 ຄົນປະສົບ​ເຄາະ​ຮ້າ​ຍ ມາ​ຮອດ​ທ່າ​ກຳ​ປັ່ນ ບາງ​ອຍ (Ba Ngoi), ກາມ​ແຣງ (​Cam Ranh), ​ແຂວງ​ແຄງ​ຮ່ວາ (Khanh Hoa) ດ້ວຍ​ຄວາມປອດ​ໄພ ​ແລະ ມອບສົ່ງ​ໃຫ້​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ແຂວງ ​ແຄງ​ຮ່ວາ.

ຂ່າວ/ບົດ​ອື່ນ