ມອບຫຼຽນໄຊ, ຫຼຽນກາ ຂອງສປປ ລາວ ໃຫ້ໝູ່ຄະນະ ແລະ ການນຳແຂວງ Binh Duong

ມອບຫຼຽນໄຊ, ຫຼຽນກາ ຂອງສປປ ລາວ ໃຫ້ໝູ່ຄະນະ ແລະ ການນຳແຂວງ Binh Duong - ảnh 1
ພິທີມອບ​ຫຼຽນ​ໄຊ, ຫຼຽນ​ກາ ຂອງ​ສປປ ລາວ
(ພາບ: btv.org.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 18/9, ຢູ່​ແຂວງ Binh Duong, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຈຳ​ປະ​ສັກ (ລາວ) ​ໄດ້​ມອບ​ຫຼຽນ​ໄຊ, ຫຼຽນ​ກາ ຂອງ​ສປປ ລາວ ​​ເຊິ່ງລວມມີຫຼຽນ​ໄຊອິດສະຫຼະ​ຊັ້ນ 3 ​ແລະ ຫຼຽນ​ກາ​ມິດຕະພາບ​ໃຫ້​ແກ່​ 3 ໝູ່​ຄະນະ ​ແລະ ການ​ນຳ​ 2 ທ່ານ​ຂອງແຂວງ Binh Duong ​ຍ້ອນ​ມີ​​ການ​ປະກອບສ່ວນຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ​ສອງ​ແຂວງ Binh Duong - ຈຳ​ປະ​ສັກ ​ເວົ້າ​ສະ​ເພາະ. ​ໃນ​ໄລຍະ​ຜ່ານ​ມາ, ​ແຂວງ ຈຳ​ປະ​ສັກ ​ແລະ Binh Duong ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ດ້ວຍຫຼາຍ​ຮູບ​ການຢ່າງລະອຽດ. ພາຍ​ຫຼັງ​ສອງ​ແຂວງ​ມີ​ສັນຍາ​ຮ່ວມມື​ນຳກັນ​ແຕ່​ປີ 2006, ​ໄດ້​ມີ​ການ​ຊ່ວຍ​ເຫຼືອ​ລ້າ, ມີບັນດາ​ໂຄງການ​ຮ່ວມ​ມື ​ແລະ ລົງທຶນ. ​ແຂວງ Binh Duong ​ໄດ້​ຊ່ວຍກໍ່​ສ້າງພື້ນຖານ​ໂຄງ​ລ່າງ​ກິດຈະກຳ​ກິລາ, ວຽກ​ງານ​ສື່​ມວນ​ຊົນ​ໃຫ້​ແກ່​ແຂວງ​ຈຳ​ປະ​ສັກ ກະກຽມຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ທົ່ວ​ປະ​ເທດ​ຄັ້ງ​ທີ 8 ປີ 2008 ຢູ່​ແຂວງນີ້, ຊ່ວຍ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ ​ເພີ່ມ​ກຳລັງ​ແຮງ​ງານ​ທີ່​ມີ​ຄຸນ​ນະພາ​ບສູງ.

ຂ່າວ/ບົດ​ອື່ນ