ມອບໃບຮັບຮອງປູສະນີຍະສະຖານປະຫວັດສາດລະ ດັບຊາດຢູ່ບ້ານ ລາວໂຄ - ເຊີນລາ

ມອບໃບຮັບຮອງປູສະນີຍະສະຖານປະຫວັດສາດລະ ດັບຊາດຢູ່ບ້ານ ລາວໂຄ - ເຊີນລາ - ảnh 1
ປະທານສະພາແຫ່ງຊາດຫວຽດນາມ ແລະ ລາວ ເຂົ້າຮ່ວມພິທີເລົ່ມລົງມືກໍ່ສ້າງ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ນອກ​ກ​ອງປະຊຸມ​ການ​ພົວພັນ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​ຫວຽດນາມ - ລາວ ຢູ່​ແຂ​ວງ​ເຊີນ​ລາ, ຕອນ​ເຊົ້າ​ວັນ​ທີ 24/4, ​ໄດ້​ດຳ​ເນີນ​ພິທີ​ມອບ​ໃບ​ຮັບຮອງ​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ລະດັບ​ຊາດ ​ແລະ ​ເລີ່​ມລົງມື​ກໍ່ສ້າງ​ເຂດ​ປູ​ສະ​ນີຍະສະ​ຖານ​ປະຕິວັດ​ຫວຽດນາມ - ລາວ ຢູ່​ບ້ານ​ລາວ​ໂຄ, ຕາ​ແສງ ພຽນ​ຄວາຍ, ​ເມືອງ ອຽນ​ເຈົາ, ​ແຂວງ​ເຊີນ​ລາ. ​ເຂດ​ປູ​ສະ​ນີຍະສະ​ຖານ​​ແມ່ນ​ຂີດ​ໝາຍ​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ໄລຍະ​ເວລາ​ເຄື່ອນ​ໄຫວ​ປະຕິວັດ​ຂອງ ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄກສອນ ພົນ​ວິຫານ ​ແລະ ກອງ​ຕະລຸມບອນ​ລາວ - ພາກ​ເໜືອ ຢູ່​ອຽນ​ເຈົາ, ​ເຊີນ​ລາ, ຫວຽດນາມ ​ໄລຍະ 1948 – 1950. ​​ດິນ​ແດນ ​ແລະ ປະຊາຊົນຢູ່​ບ້ານ ລາວ​ໂຄ​ນີ້​ໄດ້ ອຸ້ມ​ຊູ​ຊ່ວຍ​ເຫຼືອ​ທ່ານ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ. ​ເຂດ​ປູ​ສະ​ນີຍະສະ​ຖານ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເນື້ອ​ທີ່​ 3.500 ມ2, ລວມມີ​ບັນດາກິດຈະກຳຕົ້ນ​ຕໍ່​ຄື: ອະນຸ​ສະຖານ, ອະນຸສາ​ວະລີມິດຕະພາບ​ຫວຽດນາມ - ລາວ, ຫໍ​ວາງສະ​ແດງ​..​​. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເລີ່​ມລ​​ົງມື​ກໍ່ສ້າງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເນັ້ນ​ໜັກ​ວ່າ:

“ອົງການ​ຕ່າງໆທີ່​ກ່ຽວຂ້ອງ​ໄດ້​ຕັ້ງໜ້າ​ສົມທົບ​ກັນ​ກະກຽມ​ບັນດາ​ເງື່ອນ​ໄຂທີ່ຈຳ​ເປັນ​ເພື່ອ​​ໃຫ້​ປູ​ສະ​ນີຍະສະ​ຖານ​ໄດ້​ຮັບ​ການ​ຮັບຮອງ​ກົງ​ກັບໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ. ​ໃນ​ພິທີ​ຢ່າງ​ສົມ​ກຽດ​ນີ້, ອີກ​ເທື່ອ​ໜຶ່ງ​ຂ້າພະ​ເຈົ້າຂໍ​ອວຍພອນ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ຈົ່ງສວຍ​ສົດ​ງົດ​ງາມ, ໝັັ້ນຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ໄປ ​ແລະ ພັດທະນາ​ຢ່າງຮອບດ້ານ”

ຂ່າວ/ບົດ​ອື່ນ