ຢູແກຼນ ຄັດຄ້ານການເຈລະຈາສັນຕິພາບ “ຕາມເງື່ອນໄຂຂອງ ລັດເຊຍ”

(VOVWORLD) - ປະເທດນີ້ຈະບໍ່ດຳເນີນການເຈລະຈາກັບ ລັດເຊຍ ຖ້າຫາກວ່າ ການເຈລະຈາບໍ່ໄດ້ປະຕິບັດຕາມ “ເງື່ອນໄຂຂອງ ຢູແກຼນ”.
ຢູແກຼນ ຄັດຄ້ານການເຈລະຈາສັນຕິພາບ “ຕາມເງື່ອນໄຂຂອງ ລັດເຊຍ” - ảnh 1(ພາບປະກອບ :AFP/TTXVN)

        ວັນທີ 11 ພຶດສະພາ, ທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ ແລະ ປ້ອງກັນຊາດ ຢູແກຼນ Oleksiy Danilov ຖະແຫຼງວ່າ ປະເທດນີ້ຈະບໍ່ດຳເນີນການເຈລະຈາກັບ ລັດເຊຍ ຖ້າຫາກວ່າ ການເຈລະຈາບໍ່ໄດ້ປະຕິບັດຕາມ “ເງື່ອນໄຂຂອງ ຢູແກຼນ”. ເມື່ອຕອບຄຳຖາມຊ່ອງໂທລະພາບແຫ່ງຊາດ, ທ່ານ Danilov ຖືວ່າ Kiev ຄັດຄ້ານບັ້ນກໍ່ຄວາມກົດດັນເພື່ອເລີ່ມດຳເນີນການເຈລະຈາສັນຕິພາບໂດຍບໍ່ປະຕິບັດຕາມເງື່ອນໄຂຂອງ ຢູແກຼນ.

        ກ່ອນໜ້ານັ້ນ, ວັນທີ 09 ພຶດສະພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຂໍ້ສັງເກດວ່າ, ປະຈຸບັນ, ບັນດາການເຈລະຈາສັນຕິພາບເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ ຍັງບໍ່ທັນດຳເນີນໄດ້ໃນຈຸດເວລານີ້ ຍ້ອນທັງ ລັດເຊຍ ແລະ ຢູແກຼນ ລ້ວນແຕ່ມີຄວາມເຊື່ອໝັ້ນວ່າ ຈະຍາດໄດ້ໄຊຊະນະ. ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມເປັນຄົນກາງໄກ່ເກ່ຍຂອງ ຈີນ ແລະ ບຣາຊິນ ໃນການປະທະກັນຢູ່ ຢູແກຼນ, ທ່ານຖືວ່າ ເລື່ອງບັນລຸສັນຕິພາບນັ້ນແມ່ນຍັງບໍ່ສາມາດບັນລຸໄດ້, ພ້ອມທັງສະແດງຄວາມຫວັງວ່າ ການເຈລະຈາສັນຕິພາບອາດຈະດຳເນີນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ