ລົງທຶນປົກປັກຮັກສາເຂດແຄມຝັ່ງ,ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມ

ລົງທຶນປົກປັກຮັກສາເຂດແຄມຝັ່ງ,ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມ - ảnh 1
ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: NB)

(vovworld) - ວັນ​ທີ 05/07, ຢູ່​ນະ​ຄອນ​ເກີນ​ເທີ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ສົມ​ທົບ​ກັບ​ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເຢຍ​ລະ​ມັນ (GIZ) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ລົງ​ທຶນ​ເພື່ອ​ປົກ​ປັກ​ຮັກ​ສາ​ເຂດ​ແຄມ​ຝັ່ງ ແລະ ຄຸ້ມ​ຄອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນ​ພາກ​ໃຕ້​ຫວຽດ​ນາມ”. ບັນ​ດາ​ນັກ​ຊ່ຽວ​ຊານ​ສັງ​ກັດ​ໂຄງ​ການ​ຄຸ້ມ​ຄອງ​ສັງ​ລວມ​ເຂດ​ແຄມ​ທະ​ເລ (ICMP) ໄດ​້​ແບ່ງ​ປັນ 3 ໝາກ​ຜົນ​​ແຫ່ງ​ການຄົ້ນ​ຄວ້າ​​ທີ່ສາ​ມາດ​ປະ​ຕິ​ບັດ​ໄດ້ ​ສຳ​ລັບ​ບັນ​ດາກິດ​ຈະ​ກຳ​​ລົງ​ທຶນເພື່ອ​ປົກ​ປັກ​ຮັກ​ສາ​ເຂດ​​ແຄມ​ຝັ່ງ, ຄຸ້ມ​ຄອງ​ແຫຼ່ງຊັບ​ພະ​ຍາ​ກອນ​ ນຳ​້ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນພາກ​ໃຕ້​ຫວຽດ​ນາມ.

        ໂຄງ​ການ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ໜູ​ນ​ຊ່ວຍ​ບັນ​ດາ​ອົງ​ການ​ຂອງ​ຫວຽດ​ນາມ ທີ່​ກະ​ກ​ຽ​ມ​​ຄວາມ​ພ້ອມໃຫ້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນ​ພາກ​ໃຕ້​ຫວຽດ​ນາມ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວ​ດ​ລ້ອມ ແລະ ສ້າງ​ພື້ນ​ຖານໝັ້​ນ​ຄົງ​​ແໜ້ນ​ແກ່ນໃຫ້​​ແກ່ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ